ກ່າວຄໍາເຫັນທີ່ການພົບປະ, ທ່ານ ຮວີ່ງແທ່ງເລິບ ປະທານ HUFO ເນັ້ນໜັກວ່າ ຫວຽດນາມ ແລະອິນເດຍ ມີການພົວພັນທີ່ເປັນມູນເຊື້ອ, ຕິດພັນກັນມາແຕ່ດົນນານ, ໂດຍເລີ່ມຈາກການພົບປະແລກປ່ຽນການຄ້າຕະຫຼອດຮອດການພົບປະແລກປ່ຽນວັດທະນະທໍາ, ສິລະປະ ແລະການພົວພັນທາງສາສະໜາ. ສອງປະເທດຍາມໃດກໍ່ສະໜັບສະໜູນ ແລະຊ່ວຍເຫຼືອເຊິ່ງກັນແລະກັນໃນການຕໍ່ສູ້ຍາດເອົາເອກະລາດມາໃຫ້ປະເທດຊາດ ກໍ່ຄືໃນໄລຍະສ້າງສາ ແລະພັດທະນາປະເທດໃນປະຈຸບັນ. ນັບແຕ່ສ້າງຕັ້ງການພົວພັນທາງການທູດປີ 1972 ແລະເປັນຕົ້ນແມ່ນນັບແຕ່ການຍົກລະດັບການພົວພັນມາເປັນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານປີ 2016 ມາຮອດປະຈຸບັນ, ການພົວພັນສອງປະເທດບັນລຸໄດ້ຜົນງານໃຫຍ່ຫຼວງຫຼາຍຢ່າງ.

leftcenterrightdel
ບັນດາຜູ້ແທນປະຕິບັດພິທີໄຕ້ທຽນທີ່ເປັນມູນເຊື້ອທີ່ການພົບປະ. ພາບ: qdnd.vn.

ທ່ານ Madan Mohan Sethi ຫົວໜ້າສະຖານກົງສູນໃຫຍ່ອິນເດຍ ປະຈໍາ ນະຄອນໂຮ່ຈີມິນ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ເປັນຄູ່ຮ່ວມມືສໍາຄັນທີ່ສຸດຂອງອິນເດຍ ຢູ່ອາຊີຕາເວັນອອກສ່ຽງໃຕ້ ແລະການພົວພັນສອງປະເທດໄດ້ ແລະກໍາລັງພັດທະນາໃນທຸກຂົງເຂດ; ພ້ອມກັນນັ້ນ, ທ່ານກໍ່ໃຫ້ຄໍາໝັ້ນສັນຍາວ່າ ຈະເຮັດຈົນສຸດຄວາມສາມາດຂອງຕົນ, ສົມທົບກັບ HUFO ຢ່າງແໜ້ນແຟ້ນເພື່ອຜັນຂະຫຍາຍບັນດາການເຄື່ອນໄຫວພົບປະແລກປ່ຽນ, ການທູດປະຊາຊົນຢ່າງມີປະສິດທິຜົນ, ປະກອບສ່ວນຕັ້ງໜ້າເຂົ້າໃນການປັບປຸງ ແລະພັດທະນາການພົວພັນອັນດີງາມລະຫວ່າງສອງປະເທດ ອິນເດຍ-ຫວຽດນາມ.

ໂດຍ: ຈາງຫງວຽນ