leftcenterrightdel
ທ່ານ ຫງວຽນແມ້ງກ່ວຽນ ຮອງປະທານຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ກ່າວຄຳເຫັນທິ່ພິທີ. ພາບ: vov.vn

ທ່ານ ຫງວຽນແມ້ງກ່ວຽນ ຮອງປະທານຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ໃຫ້ຮູ້ວ່າ: ກອງປະຊຸມແມ່ນໂອກາດເພື່ອໃຫ້ອຳນາດການປົກຄອງ ແລະວິສາຫະກິດສອງທ້ອງຖິ່ນພົບປະ, ແລກປ່ຽນ ແລະແບ່ງປັນບັນດາຂໍ້ມູນຂ່າວທີ່ມີປະໂຫຍດ ກ່ຽວກັບກາລະໂອກາດລົງທຶນ, ແມ່ນຂົວເຊື່ອມຕໍ່ເພື່ອໃຫ້ວິສາຫະກິດໄດ້ພົບປະ, ຊອກຫາຄູ່ຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນໃນຫຼາຍຂົງເຂດທ່າແຮງຂອງສອງທ້ອງຖິ່ນ.

ທ່ານ ຫງວຽນແມ້ງກ່ວຽນ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ, ໃຫ້ຮູ້ວ່າ: “ການຈັດຕັ້ງກອງປະຊຸມສົ່ງເສີມການລົງທຶນ, ການຄ້າ, ການທ່ອງທ່ຽວເພື່ອແນໃສ່ສ້າງສະພາບແວດລ້ອມ, ເງື່ອນໄຂເຊື່ອມຕໍ່ລະຫວ່າງບັນດາສະມາຄົມ, ວິສາຫະກິດຂອງສອງນະຄອນຫຼວງ ເພື່ອເພີ່ມທະວີນ້ຳໃຈຮ່ວມມືມິດຕະພາບ ແລະສ້າງການເຊື່ອມຕໍ່ໃນການລົງທຶນລະຫວ່າງບັນດາສະມາຄົມ, ວິສາຫະກິດຂອງນະຄອນຫຼວງສອງປະເທດ. ບັນດາໝາກຜົນທີ່ບັນລຸໄດ້ໃນຊຸມປີຜ່ານມາ, ຜ່ານກອງປະຊຸມຄັ້ງນີ້ ຈະສືບຕໍ່ຈັດຕັ້ງບັນດາກອງປະຊຸມລົງນາມບັນດາບົດບັນທຶກຊ່ວຍຈຳ, ໃນຄັ້ງນີ້ໄດ້ລົງນາມ 3 ສະບັບ ແລະ ບັນດານັກລົງທຶນ, ບັນດາສະຫະສະມາຄົມ, ວິສາຫະກິດ ຈະສືບຕໍ່ພົບປະ, ແລກປ່ຽນ, ເຊື່ອມຕໍ່ເຊິ່ງກັນ ແລະກັນ”.

ໂດຍ: ວິທະຍຸກະຈາຍສຽງຫວຽດນາມ