ຕາມຕົວເລກສະຖິຕິຫຼ້າສຸດຂອງສະມາຄົມປຸງແຕ່ງ ແລະສ່ົງອອກສິນໃນນໍ້າຫວຽດນາມ ແລ້ວ, ໃນ 6 ເດືອນຕົ້ນປີ 2022, ການສົ່ງອອກສິນໃນນໍ້າຂອງຫວຽດນາມ ບັນລຸ 5,8 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 41% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021.

leftcenterrightdel
ພາບປະກອບຈາກ: vasep.com.vn

ນີ້ແມ່ນລະດັບການເຕີບໂຕບັນລຸສະຖິຕິຂອງຂະແໜງສິນໃນນໍ້າ. ໃນນັ້ນ, ປະເພດສິນຄ້າ 2 ຊະນິດແມ່ນກຸ້ງ ແລະປາຈາ ໄດ້ຮັບການຈໍາໜ່າຍຫຼາຍທີ່ສຸດ. ການສົ່ງອອກທ່ີດີຂຶ້ນ ສະນັ້ນຫຼາຍວິສາຫະກິດສິນໃນນໍ້າພວມມີຄວາມປະເອີບໃຈກ່ຽວກັບຕະຫຼາດ.

ດ້ວຍສັນຍານຢ່າງຕັ້ງໜ້ານີ້, ສະມາຄົມປຸງແຕ່ງ ແລະສົ່ງອອກສິນໃນນໍ້າຫວຽດນາມ ຄາດຄະເນວ່າໃນປີນີ້ການສົ່ງອອກສິນໃນນໍ້າຈະບັນລຸລະດັບ10 ຕື້ໂດລາສະຫະລັດ. ໃນຂະນະນັ້ນ, ຄາດຄະເນການສົ່ງອອກກຸ້ງປີນີ້ອາດຈະລື່ນກາຍລະດັບ 4 ຕື້ໂດລາສະຫະລັດ. ສ່ວນການສົ່ງອອກປາຈາກໍ່ມີການເຕີບໂຕບັນລຸລະດັບສະຖິຕິ, ດ້ວຍມູນຄ່າ 1,4 ຕື້ໂດລາສະຫະລັດ ໃນ 6 ເດືອນຕົ້ນປີ.

ໂດຍ:​ ໄຊນີດາ