leftcenterrightdel
ທ່ານ ຟ້າມກວາງຫ້ຽວ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ

ຄະນະຜູ້ແທນຫວຽດນາມ ນໍາໂດຍທ່ານ ຟ້າມກວາງຫ້ຽວ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ເຂົ້າຮ່ວມກອງປະຊຸມ. ທີ່ກອງປະຊຸມ, ຫວຽດນາມ ຢືນຢັນຄຳໝັ້ນສັນຍາຮ່ວມແຮງຮ່ວມໃຈກັບປະຊາຄົມສາກົນພັດທະນາມະຫາສະໝຸດຂຽວ, ຍືນຍົງ. ທ່ານ  ຟ້າມກວາງຫ້ຽວ ເນັ້ນໜັກວ່າ ຜ່ານການສ້າງຕັ້ງມາໄດ້ 40 ປີ, ສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS 1982) - “ລັດຖະທຳມະນູນຂອງມະຫາສະໝຸດ” ສວມບົດບາດທີ່ບໍ່ອາດປ່ຽນແທນໄດ້ໃນການຄຸ້ມຄອງທະເລ ແລະມະຫາສະໝຸດ, ແມ່ນພື້ນຖານເພື່ອໃຫ້ບັນດາປະເທດປະຕິບັດອະທິປະໄຕ, ສິດອະທິປະໄຕ ແລະສິດອຳນາດສານຂອງຕົນ, ໃນນັ້ນມີການອະນຸລັກຮັກສາ ແລະນຳໃຊ້ຊັບພະຍາກອນທາງທະເລຢ່າງໝັ້ນຄົງ.

ຄະນະຜູ້ແທນຫວຽດນາມ ຊີ້ແຈ້ງວ່າ ການປະຕິບັດ UNCLOS ປີ 1982 ຢ່າງຄົບຖ້ວນ ແລະມີປະສິດທິຜົນ - ກອບນິຕິກຳຮອບດ້ານສຳລັບທຸກການເຄື່ອນໄຫວຢູ່ທະເລແມ່ນເງື່ອນໄຂຕັດສິນຊີ້ຂາດ ເພື່ອຮັບປະກັນສັນຕິພາບ, ຄວາມໝັ້ນຄົງ ແລະຄວາມວັດທະນາຖາວອນ, ປະຕິບັດ SDG 14. ເລື່ອງວາງອອກຄຳຮຽກສິດ ແລະປະຕິບັດບັນດາຜົນປະໂຫຍດຕ້ອງໃຫ້ສອດຄ່ອງກັບ UNCLOS 1982.

ໂດຍ: ທະນາພອນ