ກອງປະຊຸມສຳມະນາໄດ້ໄຈ້ແຍກກາລະໂອກາດ ແລະສິ່ງທ້າທາຍກ່ຽວກັບດ້ານການຄ້າ, ການລົງທຶນ, ວຽກເຮັດງານທຳ, ການຫັນເປັນດີຈີຕອນ... ເຊິ່ງສັນຍາການຄ້າເສລີໃຫຍ່ສຸດຂອງໂລກນຳມາໃຫ້ພາກພື້ນ, ພ້ອມທັງຊີ້ອອກຄວາມສາມາດບົ່ມຊ້ອນຂອງພາກພື້ນອາຊີ, ພິເສດແມ່ນບັນດາປະເທດອາຊຽນ, ໃນການພັດທະນາການຄ້າເອເລັກໂຕນິກ ແລະການຫັນເປັນດີຈີຕອນ.

leftcenterrightdel
ພາບປະກອບຄັດຈາກສໍານັກຂ່າວສານຫວຽດນາມ.

ດ້ວຍການລົງນາມຂອງ 15 ປະເທດອາຊີ-ປາຊີຟິກ  ແລະເລີ່ມມີຜົນສັກສິດໃນເດືອນມັງກອນ 2022, RCEP ລວມມີຂໍ້ກຳນົດກ່ຽວກັບການຄ້າດີຈີຕອນ, ລວມທັງການສົ່ງຂໍ້ມູນຂ້າມຊາຍແດນ, ການປົກປ້ອງການທຸລະກຳ ແລະຜູ້ບໍລິໂພກອອນລາຍ, ພ້ອມທັງນໍາມາເຊິ່ງກາລະໂອກາດປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດດ້ານການຄ້າດີຈີຕອນໃຫ້ວິສາຫະກິດຂະໜາດກາງ ແລະນ້ອຍ.

ຕາມທ່ານ ເຈິ່ນກວ໊ກແຄ໊ງ ແລ້ວ ການປະຕິບັດຄໍາໝັ້ນສັນຍາກ່ຽວກັບການຄ້າເອເລັກໂຕນິກໃນ RCEP ຈະຊ່ວຍສ້າງການຄ້າເອເລັກໂຕນິກໃຫຍ່ ໂດຍອີງໃສ່ມາດຕະຖານທີ່ສາກົນໄດ້ຮັບຮອງດ້ວຍການເຂົ້າຮ່ວມຂອງບັນດາພື້ນຖານເສດຖະກິດໃຫຍ່ທີ່ມີພື້ນຖານການຄ້າເອເລັກໂຕນິກພັດທະນາ. ສິ່ງດັ່ງກ່າວຈະສ້າງເງື່ອນໄຂພັດທະນາການເຊື່ອມຕໍ່ດີຈີຕອນຢ່າງກວ້າງຂວາງໃນພາກພື້ນອາຊີ, ໜູນຊ່ວຍການພັດທະນາການຄ້າ ແລະເສດຖະກິດ, ຊຸກຍູ້ການຫັນເປັນດີຈີຕອນ. ກົງກັນຂ້າມ, ການຄ້າເອເລັກໂຕນິກພັດທະນາຈະສ້າງພື້ນຖານໂຄງລ່າງໃໝ່ດີກວ່າ, ຊ່ວຍຊຸກຍູ້ການຄ້າ ແລະການລົງທຶນ, ປັບປຸງການເຊື່ອມຕໍ່ໃນພາກພື້ນ.

ໂດຍ: ເຈິ່ນຮວ່ຽນ