leftcenterrightdel
ບັນຍາກາດທີ່ພິທີລົງນາມ. ພາບ: qdnd.vn

ຕາມນັ້ນແລ້ວ, ຂໍ້ຕົກລົງດັ່ງກ່າວຈະໄດ້ຜັນຂະຫຍາຍຢ່າງລະອຽດດ້ວຍໂຄງການດໍາເນີນງານ ແລະ ຮ່ວມມືໃນໄລຍະ 5 ປີ (2022-2027), ໃນນັ້ນລວມມີການເຄື່ອນໄຫວໜູນຊ່ວຍກົມພັດທະນາຕົວເມືອງໃນການສ້າງນະໂຍບາຍສາທາລະນະ ແລະເອກະສານກົດໝາຍທີ່ກ່ຽວຂ້ອງເຖິງການປ່ຽນແປງຂອງດິນຟ້າອາກາດ, ເພີ່ມທະວີຄວາມສາມາດຮັບມື, ຟື້ນຟູ ແລະ ເຕີບໂຕສີຂຽວໃຫ້ບັນດາຕົວເມືອງ; ໜູນຊ່ວຍບັນດາຕົວເມືອງ ແລະແຂວງ, ນະຄອນໃນການຜັນຂະຫຍາຍໂຄງການທົດລອງ; ຈັດຕັ້ງກອງປະຊຸມສຳມະນາ ແລະການເຄື່ອນໄຫວໂຄສະນາ, ເຜີຍແຜ່ລວມ.  ບັນດາການເຄື່ອນໄຫວເຫຼົ່ານີ້ຈະປະກອບສ່ວນປະຕິບັດບັນດາຄຳໝັ້ນສັນຍາຂອງຫວຽດນາມ ທີ່ COP26 ແລະ ຈະໄດ້ຮັບການອຸປະຖຳຈາກກອງທຶນ WARM Facility Fund ໂດຍສະຫະພາບເອີລົບ ອຸປະຖໍາ ແລະ ໄດ້ມອບສິດໃຫ້ແກ່ AFD ຄຸ້ມຄອງ.

ໂດຍ: ທະນາພອນ