leftcenterrightdel
ທ່ານ ດິງວັນຖ້ຽວ ຮອງປະທານຄະນະກໍາມະການປະຊາຊົນແຂວງແຄ໊ງຮວ່າ ກ່າວຄໍາເຫັນໄຂກອງປະຊຸມສໍາມະນາ. ພາບ: ຫວູຢຸຍຫຽນ.

ກ່າວຄໍາເຫັນໄຂກອງປະຊຸມສໍາມະນາ, ທ່ານ ດິງວັນຖ້ຽວ ຮອງປະທານຄະນະກໍາມະການປະຊາຊົນແຂວງແຄ໊ງຮວ່າ ໃຫ້ຮູ້ວ່າ ຫວຽດນາມ ແລະອິນເດຍ ໄດ້ມີການພົວພັນທາງການທູດມາກວ່າ 50 ປີແລ້ວ (7-1-1972 / 7-1-2022). ໃນຂົງເຂດການຄ້າ, ສໍາລັບອິນເດຍ, ຫວຽດນາມ ເປັນຄູ່ຮ່ວມມືການຄ້າໃຫຍ່ອັນດັບທີ 18 ໃນທົ່ວໂລກ ແລະເປັນຄູ່ຮ່ວມມືການຄ້າໃຫຍ່ອັນດັບທີ 4 ໃນອາຊຽນ (ຖັດຈາກສິງກະໂປ, ອິນໂດເນເຊຍ ແລະມາເລເຊຍ). ສໍາລັບຫວຽດນາມ, ອິນເດຍ ເປັນຄູ່ຮ່ວມມືການຄ້າໃຫຍ່ອັນດັບທີ 7, ແຫຼ່ງນໍາເຂົ້າໃຫຍ່ອັນດັບທີ 7 ແລະຕະຫຼາດສົ່ງອອກໃຫຍ່ອັນດັບທີ 9 ໃນທົ່ວໂລກ...

leftcenterrightdel
ບັນດາຜູ້ແທນແລກປ່ຽນຢູ່ກອງປະຊຸມສໍາມະນາ. ພາບ: ຫວູຢຸຍຫຽນ.

ກອງປະຊຸມສໍາມະນາຄັ້ງນີ້ມີຄວາມໝາຍຊຸກຍູ້ການພົວພັນຮ່ວມມືດ້ານການຄ້າລະຫວ່າງບາງແຂວງພາກກາງຂອງຫວຽດນາມ ແລະອິນເດຍ, ເພື່ອແນໃສ່ເປົ້າໝາຍເພີ່ມທະວີການເຄື່ອນໄຫວຮ່ວມສຳພັນບັນດາຫົວໜ່ວຍສົ່ງເສີມການຄ້າ, ບັນດາວິສາຫະກິດຜະລິດ ແລະແຈກຢາຍແລກປ່ຽນຂໍ້ມູນຂ່າວສານ, ຮ່ວມມືຈຳໜ່າຍສິນຄ້າ, ການບໍລິການ.

leftcenterrightdel
ທ່ານ Madan Mohan Sethi ຫົວໜ້າສະຖານກົງສູນໃຫຍ່ອິນເດຍ ປະຈໍາ ນະຄອນໂຮ່ຈີມິນ ກ່າວຄໍາເຫັນໃນກອງປະຊຸມສໍາມະນາ. ພາບ: ຫວູຢຸຍຫຽນ.

ທ່ານ Madan Mohan Sethi ຫົວໜ້າສະຖານກົງສູນໃຫຍ່ອິນເດຍ ປະຈໍານະຄອນໂຮ່ຈີມິນ ຖືວ່າ ດ້ວຍທ່າແຮງຂອງບັນດາແຂວງພາກກາງ ບວກກັບພົນລະເມືອງໜຸ່ມແໜ້ນ, ພົນລະເມືອງຢູ່ໃນເກນອາຍຸອອກແຮງງານ, ນີ້ຈະແມ່ນໂອກາດເພື່ອຊອກຫາການລົງທຶນ, ຮ່ວມມື ເຊິ່ງບໍ່ພຽງແຕ່ໃນຂົງເຂດສິນໃນນໍ້າ-ສິນທະເລ ເທົ່ານັ້ນ ຫາກຍັງໃນຫຼາຍຂົງເຂດອື່ນອີກດ້ວຍ...

ໂດຍ: ໄຊຊະນະ