leftcenterrightdel
ພາບປະກອບຄັດຈາກ: ສຳນັກຂ່າວສານຫວຽດນາມ.

ລາຍລະອຽດ, ສຳລັບສາຍການບິນໄປຍັງ ຍີ່ປຸ່ນ, ແມ່ນແຕ່ວັນທີ 15 ພຶດສະພານີ້, ທາງບໍລິສັດຈະເພີ່ມຖ້ຽວບິນ 1-2 ຖ້ຽວຕໍ່ອາທິດໃນສາຍການບິນລະຫວ່າງຮ່າໂນ້ຍ, ນະຄອນໂຮ່ຈີມິນ ແລະບັນດານະຄອນ: ໂຕກຽວ, ໂອຊາກາ, ນາໂກຢາ ຕື່ມອີກ. ນັບແຕ່ວັນທີ 1 ກໍລະກົດ, Vietnam Airlines ຈະເປີດສາຍການບິນລະຫວ່າງດ່ານັ້ງ ແລະໂຕກຽວ ຄືນໃໝ່. ສຳລັບສາຍການບິນໄປຍັງ ສ. ເກົາຫຼີ, ແຕ່ວັນທີ 15 ພຶດສະພາ, ທາງບໍລິສັດ ຈະເພີ່ມ 3-4 ຖ້ຽວຕໍ່ອາທິດໃນສາຍການບິນລະຫວ່າງຮ່າໂນ້ຍ, ນະຄອນໂຮ່ຈີມິນ ແລະເຊີອູນ. ນັບແຕ່ວັນທີ 1 ມີຖຸນາເປັນຕົ້ນໄປ, Vietnam Airlines ຈະເປີດສາຍການບິນຄືນໃໝ່ລະຫວ່າງຮ່າໂນ້ຍ ແລະບູຊານ, ລະຫວ່າງດ່ານັ້ງ ແລະເຊີອູນ; ນັບແຕ່ວັນທີ 1 ກໍລະກົດເປັນຕົ້ນໄປແມ່ນຈະເປີດສາຍການບິນລະຫວ່າງນະຄອນໂຮ່ຈີມິນ ແລະບູຊານ ຄືນໃໝ່. ເພີ່ມ 3-4 ຖ້ຽວຕໍ່ອາທິດ.

ໂດຍ: ແສງເດືອນ