ທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວ ແຫ່ງ ສປປ ລາວ ໃຫ້ຮູ້ວ່າ ລາວ ກໍາລັງສົມທົບກັບກໍາປູເຈຍ ເພີ່ມທະວີພັດທະນາການທ່ອງທ່ຽວໃນໄລຍະຈະມາເຖິງ, ເພື່ອແນໃສ່ພັດທະນາ ແລະປັບຕົວກັບສະພາບພະຍາດໂຄວິດ-19. ສອງຝ່າຍກໍາລັງກະກຽມກ່ຽວກັບເນື້ອໃນໃຫ້ແກ່ການເຊັນບົດບັນທຶກຊ່ວຍຈໍາ (MOU).

leftcenterrightdel
ປະຕູໄຊ ສະຖານທີ່ແຫ່ງໜຶ່ງທີ່ດຶງດູດແຂກທ່ອງທ່ຽວສາກົນຢູ່ລາວ. ພາບ: Vov.vn

ບົດບັນທຶກຊ່ວຍຈໍາສ້າງເງື່ອນໄຂໃຫ້ສອງຝ່າຍເພີ່ມທະວີການຮ່ວມມື, ປະກອບສ່ວນປັບປຸງຄຸນນະພາບການບໍລິການຂອງຂະແໜງທ່ອງທ່ຽວແຕ່ລະປະເທດ, ດຶງດູດວິສາຫະກິດລົງທຶນ ແລະເຊື່ອມຕໍ່ທ່ອງທ່ຽວສອງຝ່າຍ. ຄຽງຂ້າງນັ້ນ, ບົດບັນທຶກຊ່ວຍຈໍາຍັງສ້າງພື້ນຖານນິຕິກໍາເພື່ອໃຫ້ສອງຝ່າຍແບ່ງປັນຂໍ້ມູນ, ບົດຮຽນກໍ່ຄືຮັບມືກັບພະຍາດໂຄວິດ-19, ແນໃສ່ສ້າງເງື່ອນໄຂສະດວກທີ່ສຸດສຳລັບນັກທ່ອງທ່ຽວ.

ປະຈຸບັນ, ລາວ ໄດ້ເປີດດ່ານຊາຍແດນບາງແຫ່ງເພື່ອຕ້ອນຮັບນັກທ່ອງທ່ຽວດ້ວຍເງື່ອນໄຂທີ່ຈໍາເປັນຕິດພ້ອມ. ເຖິງຢ່າງໃດກໍ່ຕາມນັບແຕ່ເມື່ອເປີດປະຕູ, ຍ້ອນສະພາບໂລກລະບາດຢູ່ລາວ ຍັງສັບສົນຢູ່, ສະນັ້ນລະບຽບການເຂົ້າເມືອງຂອງນັກທ່ອງທ່ຽວທີ່ກ່ຽວຂ້ອງເຖິງວຽກງານວິເຄາະຫາເຊື້ອໂຄວິດ-19, ຈັດຕັ້ງການຈຳກັດບໍລິເວນເພື່ອລໍຖ້າຜົນການວິເຄາະ ແລະການບິນຍັງບໍ່ທັນສະດວກເຮັດໃຫ້ຈໍານວນແຂກມາທ່ອງທ່ຽວຢູ່ ລາວ ຍັງຈໍາກັດຢູ່.

ໂດຍ: ໄຊນີດາ