ຫ້ອງກວດວິເຄາະນີ້ໂດຍອົງການຮ່ວມມືສາກົນຍີ່ປຸ່ນ (JICA) ໜູນຊ່ວຍດ້ວຍບັນດາອຸປະກອນຕົ້ນຕໍ ຄື: ລະບົບປັບອາກາດ, ລະບົບບຳບັດນ້ຳເປື້ອນດ້ວຍມູນຄ່າທັງໝົດແມ່ນ 200 ລ້ານເຢັນ (ເກືອບ 40 ຕື້ດົ່ງ).

ທີ່ພິທີເປີດສະຫຼອງ, ທ່ານ ຮວ່າງກວກເກື່ອງ ຮອງຫົວໜ້າສະຖາບັນ Pasteur ນະຄອນໂຮ່ຈີມິນ ສົ່ງຄໍາຂອບໃຈຢ່າງເລິກເຊິ່ງເຖິງບັນດາຝ່າຍທີ່ກ່ຽວຂ້ອງ, ພ້ອມທັງໃຫ້ຮູ້ວ່າ: “ຫ້ອງກວດວິເຄາະຊີວະວິທະຍາຢ່າງປອດໄພໄດ້ກໍ່ສ້າງແຕ່ເດືອນ ມິຖຸນາ 2021. ໃນວິວັດການກໍ່ສ້າງ, ເຖິງວ່າປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງຍ້ອນພະຍາດໂຄວິດ-19 ກໍ່ຄືການຮັກສາໄລຍະຫ່າງໃນສັງຄົມກໍ່ຕາມ, ແຕ່ດ້ວຍການຊ່ວຍເຫຼືອຢ່າງສຸດອົກສຸດໃຈຈາກກະຊວງສາທາລະນະສຸກ, ສະຖາບັນອະນາໄມກັນພະຍາດສູນກາງ (NIHE), JICA ແລະຝ່າຍກໍ່ສ້າງ, ກິດຈະກໍາໄດ້ກໍ່ສ້າງສໍາເລັດ”.

leftcenterrightdel
ພິທີເປີດສະຫຼອງຫ້ອງກວດວິເຄາະຊີວະວິທະຍາລະດັບ 3 ດໍາເນີນໃນວັນທີ 17 ມັງກອນ. ພາບ: qdnd.vn.

ດ້ວຍເປົ້າໝາຍຕົ້ນຕໍແມ່ນຊ່ວຍຫວຽດນາມ ແກ້ໄຂ ແລະຮັບມືຢ່າງປອດໄພກັບບັນດາພະຍາດທີ່ມີຄວາມສ່ຽງໄພສູງ, ແຫຼ່ງທຶນຮ່ວມມືພັດທະນາຢ່າງເປັນທາງການ (ODA) ຂອງຍີ່ປຸ່ນ ໄດ້ໜູນຊ່ວຍກໍ່ສ້າງຫ້ອງ BSL-3 ໃຫ້ NIHE ໃນປີ 2006, ຫ້ອງທົດລອງ BSL-3 ເຄື່ອນທີ່ຢູ່ສະຖາບັນ Pasteur ນະຄອນໂຮ່ຈີມິນ, ພ້ອມທັງຍົກສູງຄວາມສາມາດໃຫ້ລະບົບຫ້ອງກວດວິເຄາະ. ຕາມ JICA ແລ້ວ, ອົງການຈັດຕັ້ງນີ້ຈະສືບຕໍ່ເຮັດວຽກພາຍໃຕ້ການຊີ້ນໍາຂອງລັດຖະບານຍີ່ປຸ່ນ ເພື່ອໜູນຊ່ວຍຫວຽດນາມ ບັນດາມາດຕະການປ້ອງກັນ, ຕ້ານພະຍາດໂຄວິດ-19.

ໂດຍ: ຈາງຫງວຽນ