ຕາແສງດັກຣີງ ແລະດັັກແຣ ແມ່ນສອງຕາແສງຕິດກັບຊາຍແດນຂຶ້ນກັບເມືອງນາມຢາງ, ແຂວງກວ໋າງນາມ ເຊິ່ງຕິດກັບເມືອງດັກຈຶງ, ແຂວງເຊກອງ, ປະເທດລາວ. ຄອບຄົວຢູ່ຕາແສງດັກຣີງ ກວ່າ 50% ແມ່ນຄອບຄົວທຸກຍາກ. ປີຜ່ານມາ, ເຂົາເຈົ້າປະສົບກັບຄວາມຫຍຸ້ງຍາກຍ້ອນນໍ້າຖ້ວມ, ດິນເຊາະເຈື່ອນ.

leftcenterrightdel
 
leftcenterrightdel
ຄວາມເບີກບານມ່ວນຊື່ນດີໃຈຂອງພໍ່ແມ່ປະຊາຊົນຢູ່ຕາແສງດັກຣີງ ແລະດັັກແຣ ເມື່ອໄດ້ຮັບຂອງຂວັນ. ພາບ: cand.com.vn.

ເຫັນອົກເຫັນໃຈ ແລະແບ່ງປັນຄວາມຫຍຸ້ງຍາກກັບພໍ່ແມ່ປະຊາຊົນ, ຜ່່ານລາຍການ “ບຸນເຕັດເພື່ອຄົນທຸກຍາກ”, ພະນັກງານ, ນັກຮົບໃນຄະນະປະຕິບັດງານຂອງໜັງສືພິມຕໍາຫຼວດປະຊາຊົນພ້ອມກັບບັນດາຜູ້ໃຈບຸນໃຈກຸສົນໄດ້ມອບຂອງຂວັນ 400 ພູດ ດ້ວຍມູນຄ່າ 650.000 ດົ່ງ/ພູດ ໃຫ້ແກ່ 400 ຄອບຄົວທຸກຍາກ, ຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ.

ຕາງໜ້າພໍ່ແມ່ປະຊາຊົນ, ທ່ານ Hieg Giang ໄດ້ກ່າວຄໍາເຫັນຮັບຮູ້ ແລະສະແດງຄວາມຕື້ນຕັນໃຈຕໍ່ຈິດໃຈຮັບໃຊ້ເພື່ອປະຊາຊົນ, ອາລົມຈິດຄວາມຮັກແພງຂອງພະນັກງານ, ນັກຮົບຂອງໜັງສືພິມຕໍາຫຼວດປະຊາຊົນພ້ອມກັບບັນດາຜູ້ໃຈບຸນໃຈກຸສົນ.

ໂດຍ: ທູຈາງ