ຕາມນັ້ນແລ້ວ, ປີ 2021 Viettel ໄດ້ອັນດັບທີ 1 ໃນຕາຕະລາງຈັດອັນດັບ 50 ວິສາຫະກິດດີເດັ່ນທີ່ສຸດຢູ່ຫວຽດນາມ (Top 50 Vietnam The Best). ຕາຕະລາງຈັດອັນດັບ 50 ວິສາຫະກິດທີ່ດີເດັ່ນທີ່ສຸດຢູ່ຫວຽດນາມ ໄດ້ຮັບຮູ້ ແລະເຊີດຊູບັນດາວິສາຫະກິດບັນລຸລາຍຮັບສູງສຸດຫວຽດນາມ, ພ້ອມທັງຮັກສາປະສິດທິຜົນການດໍາເນີນທຸລະກິດຢ່າງປົກກະຕິ ແລະໝັ້ນຄົງໃນຕະຫຼອດໄລຍະ 2020-2021. ການຈັດອັນດັບແມ່ນເພື່ອແນໃສ່ພັດທະນາວິສາຫະກິດໃຫ້ກາຍເປັນສັນຍາລັກທີ່ມີອິດທິພົນຊື່ສຽງຂອງປະເທດຊາດ ແລະສາກົນ.

leftcenterrightdel
ຜູ້ຕາງໜ້າກຸ່ມບໍລິສັດ Viettel ຮັບລາງວັນວິສາຫະກິດດີເດັ່ນທີ່ສຸດຢູ່ຫວຽດນາມ. ພາບ: qdnd.vn.

ເພື່ອໃຫ້ໄດ້ອັນດັບນີ້, Viettel ໄດ້ມີຊື່ໃນຕາຕະລາງຈັດອັນດັບ VNR500 ໃນ 5 ປີຕໍ່ເນື່ອງ, ມີການເຕີບໂຕດີໃນ 5 ປີຕໍ່ເນື່ອງ (ຕາມດັດຊະນີ CAGR), ບັນດາມາດຖານຕ່າງໆກ່ຽວກັບ: ຈໍານວນອາກອນທີ່ມອບໃຫ້ງົບປະມານລັດ, ສະພາບແວດລ້ອມເຮັດວຽກ, ຄວາມຮັບຜິດຊອບຕໍ່ສັງຄົມ... ລ້ວນແຕ່ໄດ້ຮັບການຮັບຮູ້.

ປີ 2021, ມູນຄ່າເຄື່ອງໝາຍການຄ້າ Viettel ໄດ້ເພີ່ມຂຶ້ນ 32 ຂັ້ນດ້ວຍລາຄາແມ່ນ 6,061 ຕື້ໂດລາສະຫະລັດ, ໄດ້ອັນດັບທີ 325 ໃນທົ່ວໂລກ ແລະແມ່ນຄັ້ງທີ 6 ລຽນຕິດເຊິ່ງ Viettel ໄດ້ອັນດັບທີ 1 ໃນທອັບ 50 ເຄື່ອງໝາຍການຄ້າທີ່ມີມູນຄ່າທີ່ສຸດຢູ່ຫວຽດນາມ. Viettel ກໍ່ສືບຕໍ່ໄດ້ຮັບການເຊີດຊູແມ່ນບ່ອນເຮັດວຽກດີທີ່ສຸດຢູ່ຫວຽດນາມ ໃນຂົງເຂດ, ຄື: ເຕັກໂນໂລຢີຮາດແວ - ພື້ນຖານໂຄງລ່າງ-ໂທລະຄົມມະນາຄົມ.

ທອັບ 500 ວິສາຫະກິດໃຫຍ່ທີ່ສຸດຢູ່ຫວຽດນາມ (VNR500) ໃນປີນີ້ໄດ້ຮັບຮູ້ການພັດທະນາຂອງບັນດາກົມກອງສະມາຊິກຂອງ Viettel ດ້ວຍບັນດາຂີດໝາຍທີ່ພົ້ນເດັ່ນ. ໃນນັ້ນ Viettel Global ເປັນຄັ້ງທໍາອິດທີ່ມີຊື່ ແລະໄດ້ອັນດັບທີ 59, Viettel Post ໄດ້ອັນດັບທີ 79, ເພີ່ມຂຶ້ນ 93 ຂັ້ນເມື່ອທຽບໃສ່ປີ 2020...

ໂດຍ: ຈາງຫງວຽນ