leftcenterrightdel
(ພາບປະກອບ: VGP)

ຕໍ່ໜ້າການຜັນແປທີ່ສັບສົນຂອງໂລກລະບາດໂຄວິດ-19 ຍ້ອນໄວຣັດສາຍພັນ Omicron ໃນໂລກ, ວັນທີ 30 ພະຈິກ, ຫ້ອງວ່າການລັດຖະບານຫວຽດນາມ ໄດ້ມີເອກະສານຖ່າຍທອດຄຳຊີ້ນຳຂອງທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ກ່ຽວກັບການເພີ່ມທະວີວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19. ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ກະຊວງສາທາລະນະສຸກ ສືບຕໍ່ເປັນເຈົ້າການຕິດຕາມສະພາບການຜັນແປຂອງໄວຣັດສາຍພັນ Omicron; ບົນພື້ນຖານຄຳກ່າວເຕືອນຂອງອົງການອະນາໄມໂລກ, ກະກຽມວິທີການກ່ຽວກັບວັກຊິນ, ຢາປິ່ນປົວ ແລະມາດຕະການປ້ອງກັນ, ຕ້ານໂລກລະບາດໃຫ້ເໝາະສົມກັບໄວຣັດກາຍພັນຈາກໄວຣັດ SARS-CoV-2.

ທ່ານນາຍົກລັດຖະມົນຕີ ກໍ່ຮຽກຮ້ອງໃຫ້ລັດຖະມົນຕີກະຊວງສາທາລະນະສຸກ ຊີ້ນຳບັນດາທ້ອງຖິ່ນຈົ່ງເພີ່ມທະວີມາດຕະການປ້ອງກັນ, ຕ້ານໂລກລະບາດ; ຍູ້ໄວຄວາມຄືບໜ້າໃນການສັກວັກຊິນຮັບປະກັນຄວາມປອດໄພ, ມີວິທະຍາສາດ, ບັນລຸປະສິດທິຜົນ; ເພີ່ມທະວີກຳລັງ, ເຄື່ອງວັດຖຸອຸປະກອນການແພດໃຫ້ບັນດາບໍລິເວນ, ທ້ອງຖິ່ນທີ່ມີການຜັນແປສັບສົນຂອງໂລກລະບາດ ແລະ ເປັນເຈົ້າການຜັນຂະຫຍາຍມາດຕະການປິ່ນປົວທີ່ເໝາະສົມກັບກໍລະນີຕິດໄວຣັດສາຍພັນໃໝ່.

ລັດຖະມົນຕີກະຊວງສາທາລະນະສຸກ ແນະນຳ, ສ້າງເງື່ອນໄຂສະດວກໃຫ້ບັນດາອົງການຈັດຕັ້ງ, ຫົວໜ່ວຍຮີບເຮັ່ງນຳເຂົ້າ, ຜະລິດຢາປິ່ນປົວໂຄວິດ-19; ຊຸກຍູ້ການທົດລອງ, ຖ່າຍທອດເຕັກໂນໂລຊີ, ຜະລິດວັກຊິນ, ຢາປິ່ນປົວໂຄວິດ-19 ຢູ່ພາຍໃນປະເທດ.

ແຫຼ່ງຄັດຈາກ: vovworld.vn