ພົບຜູ້ເສຍຊີວິດສະສົມ 47 (ໃໝ່ 2) ຄົນ, ຍອດຜູ້ຕິດເຊື້ອສະສົມ 33.606 ຄົນ. ປິ່ນປົວຫາຍດີ 601 ຄົນ, ກໍາລັງປິ່ນປົວ 7.093 ຄົນ.

leftcenterrightdel
ລາວ ກວດພົບຜູ້ຕິດເຊືື້ອໃໝ່ 635 ຄົນ. ພາບ: laoedaily.com.la.

ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ ທັງໝົດ 628 ຄົນ ຊຶ່ງມີລາຍລະອຽດຈາກແຂວງທີ່ມີການຕິດເຊື້ອຫຼາຍຫາ ແຂວງທີ່ມີການຕິດເຊື້ອໜ້ອຍດັ່ງນີ້:

ນະຄອນຫຼວງວຽງຈັນ 439 ຄົນ, ຫຼວງພະບາງ 72 ຄົນ, ວຽງຈັນ 39 ຄົນ, ຄໍາມ່ວນ 19 ຄົນ, ຈໍາປາສັກ 18 ຄົນ, ສາລະວັນ 15 ຄົນ, ສະຫວັນນະເຂດ 13 ຄົນ, ອຸດົມໄຊ 6 ຄົນ, ຫຼວງນໍ້ທາ 3 ຄົນ, ບໍ່ແກ້ວ 2 ຄົນ, ບໍລິຄໍາໄຊ 1 ຄົນ, ເຊກອງ 1 ຄົນ.

ແຫຼ່ງຄັດຈາກ: laoedaily.com.la