leftcenterrightdel
ພາບປະກອບຄັດຈາກ: ສໍານັກຂ່າວສານຫວຽດນາມ.

ຕາມນັ້ນແລ້ວ, ນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ຄະນະກໍາມະການປະຊາຊົນແຂວງຕ່າງໆ ຕິດຕາມກວດກາສະພາບຝົນຕົກນໍ້າຖ້ວມຢ່າງແໜ້ນແຟ້ນ, ຊີ້ນໍາຜັນຂະຫຍາຍມາດຕະການຮັບມືກັບຝົນຕົກນໍ້າຖ້ວມຢ່າງຮີບດ່ວນຕາມທິດນໍາ “4 ກັບທີ່”. ລະດົມກໍາລັງ, ຈັດຕັ້ງການຍົກຍ້າຍປະຊາຊົນຢູ່ເຂດບໍ່ຮັບປະກັນຄວາມປອດໄພ, ເປັນຕົ້ນແມ່ນເຂດຖືກນໍ້າຖ້ວມເລິກຕັດແບ່ງ, ເຂດຕໍ່າແຄມແມ່ນໍ້າ, ຫ້ວຍ, ເຂດທີ່ມີຄວາມສ່ຽງຈະເກີດນ້ຳແກ່ງນ້ຳຊຸ, ດິນເຊາະເຈື່ອນ, ເຂດທີ່ເຄີຍເກີດເຫດດິນເຊາະເຈື່ອນ, ນ້ຳຖ້ວມປີ 2020. ຈັດທີ່ຢູ່ຊົ່ວຄາວ, ຊ່ວຍເຫຼືອສະບຽງອາຫານ, ເຄື່ອງໃຊ້ທີ່ຈໍາເປັນໃຫ້ບັນດາຄອບຄົວຖືກຍົກຍ້າຍ, ບໍ່ປະໃຫ້ປະຊາຊົນຖືກຂາດເຂີນອຶດຢາກ, ໜາວ. ແຈ້ງຂໍ້ມູນຈັດຕັ້ງການໂຄສະນາໃຫ້ທັນການ, ແນະນໍາປະຊາຊົນໄປມາຢ່າງປອດໄພເມື່ອມີຝົນຕົກນໍ້າຖ້ວມ... ຜັນຂະຫຍາຍແຜນການຮັບປະກັນຄວາມປອດໄພໃຫ້ຄັນຄູ, ຕິດຕາມກວດກາການເຄື່ອນໄຫວນຳໃຊ້ໜອງເຂື່ອນຕ່າງໆໃນບໍລິເວນ; ກຽມພ້ອມກູ້ໄພ, ກູ້ຊີບ, ແກ້ໄຂອຸບັດຕິເຫດ ແລະຜົນຮ້າຍຢ້ອນຫຼັງຈາກຝົນຕົກນໍ້າຖ້ວມ, ບໍ່ປະໃຫ້ຕົກຢູ່ໃນທ່າຮັບ, ບັງເອີນຢ່າງທັນການ. ຄະນະກໍາມະການແຫ່ງຊາດກ່ຽວກັບການຮັບມືກັບອຸບັດຕິເຫດ, ໄພທໍາມະຊາດ ແລະຊອກຫາກູ້ໄພ, ກູ້ຊີບ, ກະຊວງປ້ອງກັນປະເທດ ຊີ້ນໍາທະຫານເຂດ 4, ທະຫານເຂດ 5 ແລະບັນດາກໍາລັງທີ່ຕັ້ງທັບໃນບໍລິເວນເພື່ອກຽມພ້ອມກໍາລັງ, ພາຫະນະໜູນຊ່ວຍທ້ອງຖິ່ນຍົກຍ້າຍປະຊາຊົນອອກຈາກເຂດອັນຕະລາຍ; ປະຕິບັດວຽກງານກູ້ໄພ, ກູ້ຊີບເມື່ອມີຄວາມຕ້ອງການ.

ໂດຍ: ໄຊນີດາ