leftcenterrightdel
Vabiotech ປະກາດການຜະລິດວັກຊິນກັນໂຄວິດ-19 Sputnik V ງວດທຳອິດຢູ່ຫວຽດນາມ ສໍາເລັດຜົນ. ພາບ: Vabiotech.

ທ່ານ ປອ ໂດ໊ຕ໊ວນດາດ, ປະທານບໍລິສັດ Vabiotech ໃຫ້ຮູ້ວ່າ:      "Vabiotech ໄດ້ບັນຈຸວັກຊິນ Sputnik V 30.000 ໂດສ ງວດທໍາອິດ (ງວດວັກຊິນມີລະຫັດ SV-030721M) ໃສ່ໃນກ່ອງສໍາເລັດ, ໃນນັ້ນວັກຊິນ 10.000 ໂດສ ໄດ້ສົ່ງໄປວິເຄາະ, ປະເມີນຜົນຢູ່ສະຫະພັນລັດເຊຍ ແລະໄດ້ຕີລາຄາວ່າ ສາມາດຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງເອກະສານກຳນົດມາດຕະຖານ. ໃນເດືອນກັນຍານີ້, ບໍລິສັດຈະເຮັດລະບຽບການນໍາເຂົ້າອຸປະກອນສໍາເລັດຮູບວັກຊິນ Sputnik V ເພື່ອອັດກ່ອງ ແລະຫຸ້ມຫໍ່ວັກຊິນນີ້ຢູ່ຫວຽດນາມ ຢ່າງວ່ອງໄວ ແນໃສ່ຄວາມເປັນເຈົ້າການໃນການສະໜອງວັກຊິນ Sputnik V ຢູ່ຫວຽດນາມ". ວັກຊິນ Sputnik V ໄດ້ອະນຸຍາດໃຫ້ນຳໃຊ້ໃນກໍລະນີສຸກເສີນຕາມເງື່ອນໄຂຈາກກະຊວງສາທາລະນະສຸກ ໃນວັນທີ 23 ມີນາ 2021.

ໂດຍ: ທະນາພອນ