leftcenterrightdel
ພາບປະກອບຈາກ: ສໍານັກຂ່າວສານຫວຽດນາມ.

ເມື່ອທຽບໃສ່ປີ 2019 ແລະ 2020, ດັດຊະນີປ່ຽນແປງໃໝ່ປະດິດສ້າງຂອງຫວຽດນາມ ຫຼຸດລົງ 2 ຂັ້ນ (ປີ 2019 ແລະ 2020 ຢືນອັນດັບ 42). ເຖິງຢ່າງໃດກໍ່ຕາມ, ປີນີ້ ຫວຽດນາມ ມີການປັບປຸງອັນດັບສົ້ນເຂົ້າຂອງການປ່ຽນແປງໃໝ່ປະດິດສ້າງ (ເພີ່ມ 2 ຂັ້ນ, ຈາກ 62 ຂຶ້ນ 60) ແລະຮັກສາອັບດັບສົ້ນເຂົ້າເໝືອນເດີມ (ອັນດັບ 38) ເມື່ອທຽບໃສ່ປີ 2020. ໃນກຸ່ມ 34 ປະເທດທີ່ມີລາຍຮັບປານກາງຕໍ່າທີ່ໄດ້ນໍາເຂົ້າລາຍຊື່ຈັດອັນດັບດັດຊະນີປ່ຽນແປງໃໝ່ປະດິດສ້າງປີ 2021, ຫວຽດນາມ ຢືນອັນດັບທີ 1. ສະວິດ, ຊູແອດ, ອາເມລິກາ, ອັງກິດ ສືບຕໍ່ນໍາໜ້າຕາຕະລາງຈັດອັນດັບການປ່ຽນແປງໃໝ່ປະດິດສ້າງ ແລະລ້ວນແຕ່ຢືນ ທອັບ 5 ໃນ 3 ປີຜ່ານມາ.

ໂດຍ: ໄຊຊະນະ