ການໂອ້ລົມສົນທະນາໄດ້ປະຕິບັດ ເພື່ອແນໃສ່ຍົກສູງປະສິດທິຜົນໃນວຽກງານໂຄສະນາ, ລະດົມກຳລັງໃຈ, ສົ່ງເສີມບັນດາຜູ້ເຮັດວຽກງານການຂ່າວຢູ່ແນວໜ້າໃນການປ້ອງກັນຕ້ານໂລກລະບາດໂຄວິດ - 19.

leftcenterrightdel
ການໂອ້ລົມສົນທະນາແບບທາງໄກ “ສື່ມວນຊົນຢູ່ແນວໜ້າການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19”. ພາບ: moit.gov.vn.

ບັນດາຜູ້ແທນເຂົ້າຮ່ວມການໂອ້ລົມສົນທະນາໄດ້ປຶກສາຫາລືກ່ຽວກັບທີ່ຕັ້ງບົດບາດຂອງສື່ມວນຊົນໃນການໂຄສະນາໃນໂລກລະບາດໂຄວິດ-19, ແບ່ງປັນບັນດາເລື່ອງລາວທີ່ຕື້ນຕັນໃຈໃນວິວັດການປະຕິບັດວຽກງານຂອງນັກຂ່າວ ແລະການເຂົ້າຮ່ວມຢ່າງຂ້ຽວຂາດຂອງບັນດາ “ເລຂາຂອງຍຸກສະໄໝ” ໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19.

ພ້ອມກັນນັ້ນ, ບັນດາຜູ້ແທນໄດ້ເຮັດໃຫ້ແຈ້ງກວ່າບັນດາບົດຮຽນປະສົບການເພື່ອໃຫ້ມີບັນດາຜົນງານສື່ມວນຊົນ, ມີບັນດາບົດຂຽນວາດພາບເຖິງສະພາບການຕົວຈິງການດຳລົງຊີວິດຂອງປະຊາຊົນ. ການໂອ້ລົມສົນທະນາກໍ່ເຊີດຊູພາລະກຳ, ຄວາມຮັບຜິດຊອບຂອງສື່ມວນຊົນຢູ່ແນວໜ້າໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19, ສະເໜີຕ້ອງມີບັນດານະໂຍບາຍສຳລັບຖັນແຖວນັກຂ່າວທີ່ປະຕິບັດງານໃນໄລຍະເກີດໂລກລະບາດ, ປຶກສາຫາລືເລື່ອງສື່ມວນຊົນຮ່ວມເດີນທາງກັບວິສາຫະກິດຜ່ານຜ່າໄລຍະວິກິດການຈາກໂລກລະບາດໂຄວິດ - 19 ໃນປັດຈຸບັນ.

ແຫຼ່ງຄັດຈາກ: vovworld.vn