leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມ TECHFEST ຫວຽດນາມ 2021. ພາບ: hanoimoi.com.vn.

ດ້ວຍກວ່າ 50 ເຫດການທີ່ຈະຈັດຕັ້ງແຕ່ເດືອນກັນຍາຮອດເດືອນທັນວາ ໃນທ່ົວປະເທດ, ວັນບຸນເລີ່ມທຸລະກິດປ່ຽນແປງໃໝ່ປະດິດສ້າງແຫ່ງຊາດ TECHFEST ຫວຽດນາມ 2021 ອາດຈະມີນັບໝື່ນວິສາຫະກິດເລີ່ມທຸລະກິດປະດິດສ້າງ, ບັນດາອົງການໜູນຊ່ວຍ, ນັກຊ່ຽວຊານ, ນົກລົງທຶນໃນ 16 ຂົງເຂດເຕັກໂນໂລຢີ/ບັນດາແງ່ມູມທີ່ກ່ຽວຂ້ອງເຖິງການເລີ່ມທຸລະກິດປະດິດສ້າງພາຍໃນປະເທດກໍ່ຄືສາກົນ ເຂົ້າຮ່ວມ.

ທ່ານ ເຈິ່ນວັນຕຸ່ງ ຮອງລັດຖະມົນຕີກະຊວງວິທະຍາສາດ ແລະເຕັກໂນໂລຢີ ເນັ້ນໜັກວ່າ: “ປີນີ້, ວັນບຸນເລີ່ມທຸລະກິດໄດ້ດໍາເນີນໃນສະຖານະການພະຍາດໂຄວິດ-19 ໄດ້ ແລະກໍາລັງສົ່ງຜົນສະທ້ອນຢ່າງແຮງເຖິງການເຄື່ອນໄຫວເສດຖະກິດ-ສັງຄົມຂອງປະເທດ ແລະການເຄື່ອນໄຫວຂອງວິສາຫະກິດ ໂດຍສະເພາະແມ່ນວິສາຫະກິດເລີ່ມທຸລະກິດ. ແຕ່ດ້ວຍສະພາບຄືໃນປະຈຸບັນ, ພວກເຮົາໄດ້ ແລະກໍາລັງຄວບຄຸມພະຍາດ, ນໍາການດໍາລົງຊີວິດກັບຄືນສູ່ສະພາບປົກກະຕິໃໝ່ນັ້ນ, ພວກຂ້າພະເຈົ້າຫວັງວ່າພວກເພື່ອນເລີ່ມທຸລະກິດຈົ່ງເຂົ້າຮ່ວມ, ສະເໜີແນະແນວຄວາມຄິດເລີ່ມທຸລະກິດຕ່າງໆເພື່ອຊ່ວຍພວກເຮົາຄວບຄຸມ ແລະຢູ່ຮ່ວມກັບໂຄວິດ-19”.

ໜຶ່ງໃນບັນດາຈຸດພົ້ນເດັ່ນຂອງ Techfest 2021 ແມ່ນການເຂົ້າຮ່ວມຂອງນັກຊ່ຽວຊານຫວຽດນາມ ອາໄສຢູ່ຕ່າງປະເທດ ເກືອບ 50 ຄົນໃນບົດບາດເປັນຜູ້ທີ່ປຶກສາໃຫ້ບັນດາການແຂ່ງຂັນເລີ່ມທຸລະກິດປ່ຽນແປງໃໝ່ປະດິດສ້າງ.

ໂດຍ: ດັ້ງເກື່ອງ