ຕາມນັ້ນແລ້ວ, ຍີ່ປຸ່ນ ຈະສະໜອງໃຫ້ຫວຽດນາມ ເສື້ອກັນພະຍາດ 6.920 ຜືນ, ຊຸດກັນພະຍາດ 19.800 ຊຸດ, ຜ້າອັດປາກ-ອັດດັງໃຊ້ສຳລັບການຜ່າຕັດ 20.800 ອັນ, ຖົງມື 26.800 ຄູ່ ແລະເຈວຂ້າເຊື້ອ 2.560 ຂວດ.

leftcenterrightdel
ພາບປະກອບຄັດຈາກສໍານັກຂ່າວສານຫວຽດນາມ.

ຈຳນວນເຄື່ອງອຸປະກອນປ້ອງກັນພະຍາດນີ້ໄດ້ສະໜອງຕາມໂຄງການສາງແຮຂອງກອງທຶນອາຊີ-ເອີລົບ (ASEF). ນີ້ແມ່ນໂຄງການໄດ້ຮັບການປະຕິບັດດ້ວຍການປະກອບສ່ວນການເງິນຂອງຍີ່ປຸ່ນ. ກະຊວງການຕ່າງປະເທດຍີ່ປຸ່ນ ຍັງໃຫ້ຮູ້ຕື່ມອີກວ່າ ອຸປະກອນກັນພະຍາດເຫຼົ່ານີ້ຈະເອົາຈາກສາງແຮຢູ່ສິງກະໂປ ໄປໃຫ້ຫວຽດນາມ ຜ່ານການສົມທົບຂອງຫ້ອງການປາຊີຟິກທິດຕາເວັນຕົກຂອງອົງການອະນາໄມໂລກ.

ໂດຍ: ຈາງຫງວຽນ