ເພື່ອຮັບປະກັນວຽກງານປ້ອງກັນພະຍາດໂຄວິດ-19, ຄະນະຈັດຕັ້ງ ໄດ້ຈັດໃຫ້ປະຊາຊົນເຂົ້າຮັບຂອງຂວັນຢູ່ຕະຫຼາດ, ແຕ່ລະເທື່ອແມ່ນ 20 ຄົນ, ເມື່ອຮັບຂອງຂວັນທຸກຄົນລ້ວນແຕ່ໄດ້ test ໂຄວິດ-19. ຂອງຂວັນແຕ່ລະພູດມີມູນຄ່າ 350.000 ດົ່ງ. ຕາມການສະຖິຕິແລ້ວ, ສະເພາະໃນຕອນເຊົ້າວັນທີ 15 ກັນຍາ ໄດ້ມີ 215 ພູດທີ່ມອບໃຫ້ຜູ້ທີ່ປະສົບຄວາມຫຍຸ້ງຍາກໃນບໍລິເວນເມືອງ, ລວມມູນຄ່າກວ່າ 75 ລ້ານດົ່ງ.

leftcenterrightdel
ມອບຂອງຂວັນທີ່ມີຄວາມໝາຍເຖິງປະຊາຊົນ. ພາບ: qdnd.vn.

ກ່າວຄໍາເຫັນທີ່ລາຍການ, ທ່ານ ຈິ້ງຮຸຍແທ່ງ ຮອງຫົວໜ້າຄະນະຂົນຂວາຍປະຊາຊົນນະຄອນຮ່າໂນ້ຍ ຕີລາຄາສູງບັນດາລາຍການ, ການເຄື່ອນໄຫວຂອງສະພາກາແດງນະຄອນຮ່າໂນ້ຍ ໃນໄລຍະຜ່ານມາທີ່ໄດ້ໜູນຊ່ວຍ, ເບິ່ງແຍງດູແລ, ແບ່ງປັນກັບຜູ້ທີ່ປະສົບຄວາມຫຍຸ້ງຍາກ, ຜູ້ໄດ້ຮັບຜົນສະທ້ອນຈາກພະຍາດໂຄວິດ-19 ໃນບໍລິເວນນະຄອນ.

ສືບຕໍ່ບັນດາການເຄື່ອນໄຫວໃນບັ້ນຂົນຂວາຍ “ເຊື່ອມຕໍ່ຊຸມຊົນ-ຜ່ານຜ່າສິ່ງທ້າທາຍ”, ກິດຈະກໍາ “ຕະຫຼາດ 0 ດົ່ງ” ໄດ້ປະກອບສ່ວນພ້ອມກັບອໍານາດການປົກຄອງທຸກຂັ້ນ, ບັນດາຂະແໜງການຮັບປະກັບຊີວິດສັງຄົມໃຫ້ແກ່ປະຊາຊົນ, ຮ່ວມແຮງຮ່ວມໃຈຍູ້ຖອຍພະນາດໂຄວິດ-19; ເຊື່ອມຕໍ່ບັນດາຜູ້ໃຈບຸນໃຈກຸສົນເພື່ອແຜ່ຂະຫຍາຍບັນດາການກະທໍາທີ່ດີງາມ, ມະນຸດຊາດ, ແບ່ງປັນພ້ອມກັບປະຊາຄົມ.

ໂດຍ: ຈາງຫງວຽນ