ທ່ານນາງປະລິນຍາເອກ ຫວຽດນາມ ໄດ້ຮັບລາງວັນຈາກວາລະສານທີ່ມີຊື່ສຽງຂອງຍີ່ປຸ່ນ
ກປ.ອອນໄລ - ສະພາມະຫາບັນດິດວິທະຍາສາດ ແລະເຕັກໂນໂລຢີຫວຽດນາມ ໃຫ້ຂ່າວວ່າ ທ່ານນາງ ປອ ຫງວຽນກິມແອັງ, ສະຖາບັນພູມສາດ, ສະພາມະຫາບັນດິດວິທະຍາສາດ ແລະເຕັກໂນໂລຢີຫວຽດນາມ ຫາກໍ່ໄດ້ຮັບລາງວັນ “ບົດຂ່າວວິທະຍາສາດທີ່ມີຜູ້ສົນໃຈທີ່ສຸດໃນປີ 2021” ໂດຍວາລະສານ Progress in Earth and Planetary Science ຂອງຍີ່ປຸ່ນ ກວດຜ່ານ.