leftcenterrightdel
ພາບປະກອບຄັດຈາກ: ສໍານັກຂ່າວສານຫວຽດນາມ.

ວັນທີ 27 ກໍລະກົດ 2021, ອາຊຽນ ຫາກໍ່ຈັດຕັ້ງການໂອ້ລົມສົນທະນານະໂຍບາຍກ່ຽວກັບການເພີ່ມທະວີກຳລັງຄວາມສາມາດໃນການດຳເນີນທຸລະກິດຂອງແມ່ຍິງໃນຂົງເຂດກະສິກຳຢ່າງ​​​ແຂງ​ແຮງໂດຍ​ມີຜູ້ຕາງໜ້າຄະນະກຳມະການປະສານງານ ອາຊຽນ ກ່ຽວກັບ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ACCMSME), ຄະນະກຳມະການອາຊຽນ ກ່ຽວກັບແມ່ຍິງ (ACW), ກອງປະຊຸມ ເຈົ້າໜ້າທີ່ອາວຸໂສທາງດ້ານກະສິກຳ, ປ່າໄມ້ອາຊຽນ (SOM - AMAF) ແລະ ເຄືອຂ່າຍນັກທຸລະກິດເພດຍິງອາຊຽນ ໄດ້ປຶກສາຫາລືກ່ຽວກັບກອບຍຸດທະສາດສັງລວມ, ລະຫວ່າງຂະແໜງ, ປະເທດຊາດ ແລະ ພາກພື້ນເພື່ອມອບສິດໃຫ້ແກ່ແມ່ຍິງ ແລະ ຂຸດຄົ້ນກຳລັງ ຄວາມສາມາດຂອງແມ່ຍິງໃນຂົງເຂດກະສິກຳ. ທີ່ເຫດການທາງອອນລາຍນີ້, ACCMSME ໄດ້ປະກາດບົດລາຍງານກ່ຽວກັບ “ການເພີ່ມທະວີກຳລັງຄວາມສາມາດໃນການດຳເນີນທຸລະກິດຂອງແມ່ຍິງໃນຂົງເຂດກະສິກຳຢູ່ບັນດາປະເທດອາຊຽນ” ເຊິ່ງໄດ້ຮັບການຮຽບຮຽງດ້ວຍການໜູນຊ່ວຍຈາກອົງການຮ່ວມມື ແລະ ພັດທະນາເສດຖະກິດ(OECD), ACW ແລະ SOM-AMAF. ບົດລາຍງານໃນ​ເບື້ອງເຖິງບັນດາປັດໄຈກີດຂວາງແງ່ຫວັງພັດທະນາເສດຖະກິດຂອງແມ່ຍິງໃນຂົງເຂດກະສິກຳ, ພິເສດແມ່ນຜົນກະທົບຈາກໂລກລະບາດໂຄວິດ-19  ແລະ ສະເໜີກອບນະໂຍບາຍລະຫວ່າງຂະແໜງເພື່ອແນໃສ່ແກ້ໄຂບັນດາຄວາມຫຍຸ້ງຍາກນີ້.

ເນື້ອໃນ: ຂປລ