ໃນນັ້ນ, ການສົ່ງອອກບັນລຸກວ່າ 329 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 19,1%, ການນໍາເຂົ້າບັນລຸກວ່າ 341 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 58,9%. ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2019, ໄລຍະຍັງບໍ່ທັນເກີດພະຍາດໂຄວິດ-19, ວົງເງິນການຄ້າສອງສົ້ນເພີ່ມຂຶ້ນ 16,6%, ໃນນັ້ນການນໍາເຂົ້າເພີ່ມຂຶ້ນ 49,3%, ການສ່ົງອອກຫຼຸດລົງ 5%. ສະເພາະແຕ່ເດືອນ ມິຖຸນາ 2021, ວົງເງິນການຄ້າສອງສົ້ນຫວຽດນາມ-ລາວ ບັນລຸກວ່າ 100 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 22,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020, (ເພີ່ມຂຶ້ນ 18,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019, ເວລາຍັງບໍ່ທັນເກີດພະຍາດ)

leftcenterrightdel
ເຄື່ອງຕໍ່າແຜ່ນຕັດຫຍິບແມ່ນໜຶ່ງໃນບັນດາປະເພດສິນຄ້າສົ່ງອອກຕົ້ນຕໍຂອງຫວຽດນາມ ໄປຍັງລາວ. ພາບ: vov.vn.

ສິນຄ້າສົ່ງອອກຕົ້ນຕໍຂອງຫວຽດນາມ ໄປຍັງລາວ, ລວມມີ: ເຄື່ອງຕໍ່າແຜ່ນຕັດຫຍິບ ບັນລຸກວ່າ 1 ລ້ານໂດລາສະຫະລັດ; ພາຫະນະຂົນສົ່ງ ແລະເຄື່ອງອາໄຫຼ່ບັນລຸເກືອບ 5 ລ້ານໂດລາສະຫະລັດ; ເຄື່ອງຈັກ, ວັດຖຸອຸປະກອນ ແລະເຄື່ອງອາໄຫຼ່ ບັນລຸເກືອບ 5 ລ້ານໂດລາສະຫະລັດ;  ນ້ຳມັນເຊື້ອໄຟບັນລຸກວ່າ 1,5 ລ້ານໂດລາສະຫະລັດ... ສິນຄ້າປະເພດຕ່າງໆເຊິ່ງຫວຽດນາມ ນໍາເຂົ້າຕົ້ນຕໍຈາກລາວ ແມ່ນໄມ້ ແລະຜະລິດຕະພັນໄມ້ບັນລຸກວ່າ 7,3 ລ້ານໂດລາສະຫະລັດ; ແຮ່ທາດ ແລະບໍ່ແຮ່ບັນລຸເກືອບ 5,8 ລ້ານໂດລາສະຫະລັດ; ຢາງພາລາ ບັນລຸກວ່າ 12,3 ລ້ານໂດລາສະຫະລັດ...

ຄາດຄະເນວ່າໃນເດືອນ ກໍລະກົດ 2021, ວົງເງິນການຄ້າອາດຈະບໍ່ເພີ່ມຂຶ້ນໄດ້ຍ້ອນພະຍາດໂຄວິດ-19 ຢູ່ຫວຽດນາມ ກໍາລັງຜັນແປຢ່າງສັບສົນ.

ໂດຍ: ເກື່ອງດັ້ງ