ເນື່ອງໃນໂອກາດສະເຫຼີມສະຫຼອງ 74 ປີແຫ່ງວັນທະຫານເສຍອົງຄະ-ນັກຮົບເສຍສະຫຼະຊີວິດເພື່ອຊາດ (27/7/1947 -27/7/2021), ວັນທີ 25 ກໍລະກົດ, ຄະນະຊາວໜຸ່ມແຂວງກວ໋າງຈິ ໄດ້ຈັດຫຼາຍກິດຈະກຳເພື່ອສະແດງຄວາມຮູ້ບຸນຄຸນ. ຫຼາຍກິດຈະກຳທີ່ມີຄວາມໝາຍໄດ້ດຳເນີນ, ຄື: ດຳເນີນການກໍ່ສ້າງເຮືອນແຫ່ງສາຍຈິດມິດໃຈໃຫ້ບັນດາອະດີດຊາວໜຸ່ມຕະລຸມບອນທີ່ປະສົບຄວາມຫຍຸ້ງຍາກ; ມອບຂອງຂວັນຈຳນວນ 20 ພູດ, ແຕ່ລະພູດມີມູນຄ່າ 500.000 ດົ່ງ ໃຫ້ລູກຂອງຄອບຄົວນະໂຍບາຍຢູ່ໃນບໍລິເວນຕາແສງຫວິງເລິມ, ເມືອງຫວິງລິງ; ມອບທຶນກໍ່ສ້າງເຮືອນແຫ່ງສາຍຈິດມິດໃຈ 6 ຫຼັງ ດ້ວຍມູນຄ່າ 70 ລ້ານດົ່ງ/ຫຼັງ.

leftcenterrightdel
ຄະນະຈັດຕັ້ງຄະນະຊາວໜຸ່ມແຂວງກວ໋າງຈິ ໄດ້ດຳເນີນການກໍ່ສ້າງເຮືອນແຫ່ງສາຍຈິດມິດໃຈໃຫ້ອະດີດຊາວໜຸ່ມຕະລຸມບອນທີ່ປະສົບຄວາມຫຍຸ້ງຍາກ. ພາບ: ສຳນັກຂ່າວສານຫວຽດນາມ.

ເນື່ອງໃນໂອກາດນີ້, ຄະນະຊາວໜຸ່ມແຂວງກວ໋າງຈິ ຍັງໄດ້ຈັດພິທີໄຕ້ທຽນເພື່ອສະແດງຄວາມຮູ້ບຸນຄຸນບັນດາວິລະຊົນ, ນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ເຈື່ອງເຊີນ ແລະຖະຫວາຍທູບທຽນ, ດອກໄມ້ຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດທາງເລກ 9 ແລະສຸສານແຫ່ງຕ່າງໆທີ່ຢູ່ໃນບໍລິເວນທົ່ວແຂວງ.

ຕອນຄ່ຳວັນທີ 25 ກໍລະກົດ, ທີ່ເຂດປູຊະນີຍະສະຖານປະຫວັດສາດທາງສາມແຍກກໍ່ນ່ອຍ, ຕາແສງກໍ່ນ່ອຍ, ເມືອງມາຍເຊີນ, ຄະນະຊາວໜຸ່ມແຂວງເຊີນລາ ໄດ້ສົມທົບກັບສະພາກາແດງແຂວງ ຈັດຕັ້ງພິທີໄຕ້ທູບທຽນ ແລະຖະຫວາຍດອກໄມ້ເພື່ອສະແດງຄວາມຮູ້ບຸນຄຸນບັນດານວິລະຊົນ, ນັກຮົບທ່ີເສຍສະຫຼະຊີວິດເພື່ອຊາດ, ຊາວໜຸ່ມຕະລຸມບອນ ທີ່ໄດ້ເສຍສະຫຼະຊີວິດເພື່ອເອກະລາດ, ອິດສະຫຼະພາບຂອງປະເທດຊາດ.

ໂດຍ: ແສງເດືອນ