leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: ກະຊວງສາທາລະນະສຸກ.

ບົນພື້ນຖານຜົນການທົດລອງ, ຄໍາຄິດເຫັນຂອງສະມາຊິກແຕ່ລະຄົນຂອງສອງສະພາ (ສະພາຄຸນສົມບັດໃນການຄົ້ນຄວ້າທາງຊີວະວິທະຍາການແພດ ແລະສະພາທີ່ປຶກສາອອກໃບທະບຽນຈໍາໜ່າຍຢຸກຢາ, ວັດຖຸດິບເຮັດຢາ), ຄໍາຄິດເຫັນຂອງນັກຊ່ຽວຊານໃນປະເທດ, ຕ່າງປະເທດ, ສະພາບພະຍາດ ແລະຄວາມຕ້ອງການວັກຊິນເພື່ອຮັບໃຊ້ເຂົ້າໃນການປ້ອງກັນ, ຕ້ານພະຍາດໂຄວິດ-19, ກະຊວງສາທາລະນະສຸກ ຈະພິຈາລະນາເລື່ອງອອກໃບອະນຸຍາດໃຫ້ຈໍາໜ່າຍວັກຊິນ Nano Covax ຢ່າງຮີບດ່ວນ. ປະຈຸບັນ, ວັກຊິນ Nano Covax ແມ່ນວັກຊິນປ້ອງກັນພະຍາດໂຄວິດ-19 ຂອງຫວຽດນາມ ຊະນິດທໍາອິດທີ່ໄດ້ທົດລອງຮອດໄລຍະທີ 3. ຜ່ານສອງໄລຍະ, ຜົນການທົດລອງໄດ້ສະແດງໃຫ້ເຫັນວ່າ 100% ນັກອາສາສະໝັກ ລ້ວນແຕ່ມີພູມຕ້ານທານຕໍ່ພະຍາດໄດ້ດີ.

ໂດຍ:​ ເກື່ອງດັ້ງ