ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນດຶກຫວູ, ຜູ້ອຳນວຍການທະນາຄານ ໃຫ້ຮູ້ວ່າ ໂດຍແມ່ນບໍລິສັດຮ່ວມທຸລະກິດຢູ່ຕ່າງປະເທດ, ທະນາຄານລາວ-ຫວຽດ ຍາມໃດກໍ່ຮັບຮູ້ໄດ້ຄວາມຮັບຜິດຊອບຂອງຕົນຕໍ່ປະເທດ. ຕອບສະໜອງຄຳຮຽກຮ້ອງຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ກ່ຽວກັບການສ້າງຕັ້ງກອງທຶນວັກຊິນປ້ອງກັນ, ຕ້ານພະຍາດໂຄວິດ-19, ພະນັກງານ, ພາລະກອນທະນາຄານ ໄດ້ບໍລິຈາກເງິນເພື່ອຮ່ວມແຮງຮ່ວມໃຈພ້ອມກັບລັດຖະບານ ແລະປະຊາຊົນພາຍໃນປະເທດໃນການຕໍ່ສູ້ຕ້ານໂລກລະບາດ.

leftcenterrightdel
ທ່ານ ຫງວຽນດຶກຫວູ ຜູ້ອຳນວຍການທະນາຄານຮ່ວມທຸລະກິດລາວ-ຫວຽດນາມ ໄດ້ມອບສັນຍາລັກຈຳນວນເງິນ 50.000.000 ກີບ (ເທົ່າກັບ 115 ລ້ານດົ່ງ) ສະໜັບສະໜູນກອງທຶນວັກຊິນປ້ອງກັນ, ຕ້ານພະຍາດໂຄວິດ-19 ຂອງຫວຽດນາມ ໃຫ້ອຸປະທູດ ຈິ້ງມິງເຕີມ. ພາບ: ສຳນັກຂ່າວສານຫວຽດນາມ.

ກ່າວຄຳເຫັນທີ່ພິທີມອບ-ຮັບ, ທ່ານນາງ ຈິ້ງມິງເຕີມ ອຸປະທູດຫວຽດນາມ ປະຈຳ ລາວ, ໄດ້ຕີລາຄາສູງການກະທຳອັນສູງສົ່ງຂອງພະນັກງານ, ພາລະກອນທະນາຄານຮ່ວມທຸລະກິດລາວ-ຫວຽດ, ຢັ້ງຢືນວ່າ ສິ່ງເຫຼົ່ານີ້ຈະປະກອບສ່ວນຢ່າງແທດຈິງເຂົ້າໃນການຕໍ່ສູ້ຕ້ານພະຍາດໂຄວິດ-19 ຂອງລັດຖະບານ ແລະປະຊາຊົນພາຍໃນປະເທດ.

ໂດຍ: ສົມເພັດ