ນີ້ແມ່ນເຫດການສໍາຄັນເພື່ອແນໃສ່ກະກຽມໃຫ້ຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດກ່ຽວກັບລະບົບທັນຍາຫານ-ສະບຽງອາຫານຂອງ ສປຊ ທີ່ຈະດໍາເນີນໃນເດືອນກັນຍາ ປີນີ້. ກອງປະຊຸມສຸດຍອດ ປີ 2021 ຂອງ ສປຊ ແນໃສ່ກໍານົດທິດໃຫ້ລະບົບທັນຍາຫານ-ສະບຽງອາຫານໄດ້ຮັບການພັດທະນາແບບຍືນຍົງກວ່າ, ຮອບດ້ານກວ່າ ແລະມີຄວາມສາມາດຮັບມືດີກວ່າ, ສ້າງຜົນກະທົບຫຼາຍທິດເພື່ອບັນລຸໄດ້ເປົ້າໝາຍພັດທະນາແບບຍືນຍົງໃນປີ 2030.

leftcenterrightdel
ພາບປະກອບຄັດຈາກ: thoibaotaichinhvietnam.vn.

ການເຈລະຈາແຫ່ງຊາດ ຄັ້ງທີ 1 ຈະສຸມໃສ່ 2 ເນື້ອໃນຕົ້ນຕໍກ່ຽວກັບສະພາບການ ແລະບັນດາບັນຫາຄວນແກ້ໄຂໃນລະບົບທັນຍາຫານ-ສະບຽງອາຫານຂອງຫວຽດນາມ ແລະບັນດາກາລະໂອກາດ, ມາດຕະການ, ການກະທໍາເພື່ອຫັນປ່ຽນລະບົບທັນຍາຫານ-ສະບຽງອາຫານຕາມທິດໂປ່ງໃສ-ຮັບຜິດຊອບ-ຍືນຍົງຮອດປີ 2030. ຫວຽດນາມ ໄດ້ລົງທະບຽນເຂົ້າຮ່ວມກອງປະຊຸມສຸດຍອດປີນີ້ຂອງ ສປຊ. ຫົວຂໍ້ຂອງການເຈລະຈາແມ່ນເພື່ອມຸ່ງໄປເຖິງການກໍ່ສ້າງລະບົບທັນຍາຫານ-ສະບຽງອາຫານຫວຽດນາມ "ໂປ່ງໃສ-ຮັບຜິດຊອບ-ຍືນຍົງ".

ໂດຍ: ເຈິ່ນຮວ່ຽນ