ກົນໄກຢັ້ງຢືນແຫຼ່ງກໍາເນີດໃນ UKVFTA ໄດ້ຊີ້ແຈ້ງເລື່ອງສົ່ງອອກສິນຄ້າຂອງຫວຽດນາມ ດ້ວຍງວດສິນຄ້າທີ່ມີມູນຄ່າຕໍ່າກວ່າ 6.000 ເອີໂຣ, ບໍ່ວ່າບໍລິສັດສົ່ງອອກໃດກໍ່ໄດ້ຮັບອະນຸຍາດອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າດ້ວຍຕົນເອງ.

leftcenterrightdel
ພາບປະກອບຄັດຈາກ: ສໍານັກຂ່າວສານຫວຽດນາມ.

ດ້ວຍງວດສິນຄ້າທີ່ມີມູນຄ່າຫຼາຍກວ່າ 6.000 ເອີໂຣ, ຈະໝູນໃຊ້ກົນໄກຢັ້ງຢືນແຫຼ່ງກໍາເນີດສິນຄ້າດ້ວຍຕົນເອງ (C/O) ໂດຍອົງການ, ຫົວໜ່ວຍທີ່ກະຊວງອຸດສາຫະກໍາ ແລະການຄ້າມອບສິດອອກໃຫ້. ນອກຈາກນັ້ນ, ສໍາລັບງວດສິນຄ້າທີ່ນໍາເຂົ້າເຂົ້າຫວຽດນາມ ທີ່ມີມູນຄ່າຕໍ່າກວ່າ 6.000 ເອີໂຣນັ້ນ, ບໍ່ວ່າບໍລິສັດສົ່ງອອກໃດກໍ່ໄດ້ຮັບອະນຸຍາດອອກໃບຢັ້ງຢືນແຫຼ່ງກໍາເນີດດ້ວຍຕົນເອງ. ສະເພາະງວດສິນຄ້າມີມູນຄ່າຫຼາຍກວ່າ 6.000 ເອີໂຣ, ບໍລິສັດສົ່ງອອກພຽງແຕ່ຄົບເງື່ອນໄຂຕາມການກໍານົດຂອງລາຊະອານາຈັກອັງກິດ (UK) ຈຶ່ງໄດ້ອອກໃບຢ້ັງຢືນແຫຼ່ງກໍາເນີດສິນຄ້າດ້ວຍຕົນເອງ.

ຈົດໝາຍລັດຖະການດັ່ງກ່າວມີຜົນສັກສິດນັບແຕ່ວັນທີ 26 ກໍລະກົດ 2021.

ໂດຍ: ເກື່ອງດັ້ງ