ຕາມນັ້ນແລ້ວ, ມີ 613 ໂຄງການໄດ້ຮັບໃບອະນຸຍາດໃໝ່ດ້ວຍຍອດຈຳນວນທຶນຈົດທະບຽນ 8,83 ຕື້ໂດລາສະຫະລັດ, ຫຼຸດລົງ 49,4% ດ້ານຈຳນວນໂຄງການ ແລະເພີ່ມຂຶ້ນ 18,6% ດ້ານທຶນຈົດທະບຽນເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020; ມີ 342 ໂຄງການໄດ້ຮັບໃບອະນຸຍາດຈາກຊຸມປີກ່ອນລົງທະບຽນດັດປັບທຶນດ້ວຍຍອດຈຳນວນທຶນເພີ່ມຂຶ້ນບັນລຸ 3,86 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 11,7%; ມີການປະກອບທຶນ ແລະຊື້ຫຸ້ນຈາກນັກລົງທຶນຕ່າງປະເທດ 1.422 ເທື່ອດ້ວຍມູນຄ່າທຶນປະກອບແມ່ນ 1,31 ຕື້ໂດລາສະຫະລັດ, ຫຼຸດລົງ 56,3%.

leftcenterrightdel
ພາບປະກອບ: tapchicongthuong.vn.

ການລົງທຶນໂດຍກົງຈາກຕ່າງປະເທດທີ່ປະຕິບັດໃນ 5 ເດືອນຕົ້ນປີ 2021 ຄາດວ່າບັນລຸ 7,15 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 6,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020.

ໃນ 5 ເດືອນຕົ້ນປີ 2021, ນັກລົງທຶນຕ່າງປະເທດໄດ້ລົງທຶນຢູ່ 56 ແຂວງ, ນະຄອນໃນທົ່ວປະເທດ, ໃນນັ້ນແຂວງລອງອານ ນຳໜ້າດ້ວຍຍອດຈຳນວນທຶນຈົດທະບຽນບັນລຸ 3,3 ຕື້ໂດລາສະຫະລັດ, ກວມເອົາ 23,9% ຍອດຈຳນວນທຶນຈົດທະບຽນ. ນະຄອນໂຮ່ຈີມິນ ຢືນອັນດັບທີ 2 ດ້ວຍຍອດຈຳນວນທຶນຈົດທະບຽນ 1,34 ຕື້ໂດລາສະຫະລັດ, ກວມ 9,6% ຍອດຈຳນວນທຶນ. ເກິນເທີ ຢືນອັນດັບທີ 3 ດ້ວຍ 1,32 ຕື້ໂດລາສະຫະລັດ, ກວມ 9,4% ຂອງຍອດຈຳນວນທຶນ.

ໂດຍ: ທະນາພອນ