leftcenterrightdel
ທ່ານ ຮສຈ.ປອ ຫງວຽນເຈື່ອງເຊີນ ຮອງລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ເປັນປະທານກອງປະຊຸມ. ພາບ: qdnd.vn.

ກ່າວຄໍາເຫັນທີ່ການເຮັດວຽກ, ທ່ານ ຮສຈ. ປອ ຫງວຽນເຈື່ອງເຊີນ ຮອງລັດຖະມົນຕີກະຊວງສາທາລະນະສຸກ ໃຫ້ຮູ້ວ່າ ກະຊວງສາທາລະນະສຸກຫວຽດນາມ ກຽມພ້ອມສຸມກໍາລັງໜູນຊ່ວຍແຂວງບັ໊ກຢາງ ປ້ອງກັນ, ຕ້ານພະຍາດໂຄວິດ-19 ໃນບໍລິເວນແຂວງ. ພ້ອມທັງຈະລາຍງານ, ສະເໜີຕໍ່ທ່ານລັດຖະມົນຕີກະຊວງສາທາລະນະສຸກ ແຕ່ງຕັ້ງພາກສ່ວນປະຈໍາການຂອງກະຊວງສາທາລະນະສຸກຢູ່ແຂວງບັ໊ກຢາງ ເພື່ອໜູນຊ່ວຍທ້ອງຖິ່ນໃນວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19. ທ່ານ ຫງວຽນເຈື່ອງເຊີນ ເນັ້ນໜັກວ່າ ກະຊວງສາທາລະນະສຸກ ຈະຈັດສົ່ງຄະນະນັກຊ່ຽວຊານລົງໄປເຮັດວຽກຊ່ວຍແຂວງບັ໊ກຢາງ. ກະຊວງສາທາລະນະສຸກ ກໍ່ໄດ້ເຮັດວຽກກັບບໍລິສັດມາດຕະການເຕັກໂນໂລຢີ, ຕາມນັ້ນແລ້ວແມ່ນຈະຊ່ວຍແຂວງບັ໊ກຢາງ ກ່ຽວກັບລະຫັດໃນການວິເຄາະນັບແຕ່ຂັ້ນຕອນການເອົາຂໍ້ມູນ, ເອົາຕົວຢ່າງ, ເຄື່ອນຍ້າຍ ແລະສົ່ງຜົນການວິເຄາະ. ເບື້ອງຕົ້ນຈະທົດລອງຢູ່ບາງເຂດຊຸມຊົນ, ຖ້າປະສົບຜົນສຳເລັດຈະເປີດກວ້າງຮູບການນີ້ໃນວົງກວ້າງ.

ສໍາລັບບັນຫາທີ່ກ່ຽວຂ້ອງເຖິງການສ້າງຕັ້ງໂຮງໝໍສະໜາມ, ທ່ານໝໍ ຫງວຽນຈ້ອງຄວາ, ຮອງຫົວໜ້າກົມຄຸ້ມຄອງການກວດ, ປິ່ນປົວພະຍາດ ກໍ່ໃຫ້ຮູ້ວ່າ ດ້ວຍສະພາບການ F0 ຢູ່ແຂວງບັ໊ກຢາງເພີ່ມຂຶ້ນໄວຄືໃນປະຈຸບັນ, ທາງແຂວງບັ໊ກຢາງ ຕ້ອງສ້າງໂຮງໝໍສະໜາມເລກທີ 2 ເພື່ອເຄື່ອນໄຫວໃນທັນທີ.

ໂດຍ: ເຈິ່ນຮວ່ຽນ