ກ່າວຄຳເຫັນທີ່ລາຍການພົບປະແລກປ່ຽນ, ທ່ານ ເລແມ້ັງຮຸ່ງ, ຮອງຫົວໜ້າຄະນະໂຄສະນາສຶກສາສູນກາງພັກ ໃຫ້ຮູ້ວ່າ ການພົບປະແລກປ່ຽນແມ່ນເພື່ອແນໃສ່ໂຄສະນາກ່ຽວກັບຊີວິດ, ການເຄື່ອນໄຫວປະຕິວັດທີ່ສະຫງ່າລາສີຂອງປະທານໂຮ່ຈີມິນ, ເຊີດຊູການອຸທິດສ່ວນອັນຍິ່ງໃຫຍ່ຂອງເພິ່ນຕໍ່ກັບພາລະກິດການປະຕິວັດຂອງພັກ, ຂອງຊາດຫວຽດນາມ ແລະຕໍ່ກັບຂະບວນການກອມມູນິດ, ຂະບວນການກຳມະກອນສາກົນ; ສະແດງຄວາມເຄົາລົບນັບຖື, ອາໄລຫາ, ຮູ້ບຸນຄຸນຢ່າງເລິກເຊິ່ງຂອງປະຊາຊົນຫວຽດນາມ ແລະນ້ຳໃຈຮັກແພງ, ເຄົາລົບນັບຖືຂອງປະຊາຊົນປະເທດຕ່າງໆ ໃນໂລກຕໍ່ກັບປະທານໂຮ່ຈີມິນ.

leftcenterrightdel
ທ່ານ ເລແມ້ັງຮຸ່ງ, ຮອງຫົວໜ້າຄະນະໂຄສະນາສຶກສາສູນກາງພັກ ກ່າວຄຳເຫັນທີ່ການພົບປະແລກປ່ຽນ. ພາບ: ສຳນັກຂ່າວສານຫວຽດນາມ.

ການພົບປະແລກປ່ຽນເປັນການປະກອບສ່ວນໂຄສະນາ, ສຶກສາອົບຮົມ, ຍົກສູງຄວາມຮັບຮູ້ຂອງປະຊາຊົນທຸກຊັ້ນວັນນະກ່ຽວກັບຄວາມໝາຍ,  ຄວາມສຳຄັນຕໍ່ກັບການອອກເດີນທາງໄປຊອກຫາເສັ້ນທາງກູ້ຊາດຂອງປະທານໂຮ່ຈີມິນ. ນີ້ກໍ່ແມ່ນໂອກາດເພື່ອປຸກລະດົມໃຫ້ພະນັກງານ, ສະມາຊິກພັກ ແລະປະຊາຊົນສືບຕໍ່ມີຄວາມຈູບຈ້າວຫ້າວຫັນຮ່ຳຮຽນ ແລະປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນດຳລົງຊີວິດຂອງປະທານໂຮ່ຈີມິນ.

ໂດຍ: ແສງເດືອນ