leftcenterrightdel
ທີ່ກອງປະຊຸມທາງອອນລາຍ. ພາບ: moit.gov.vn

ວັນທີ 13 ພຶດສະພາ, ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ ຫງວຽນຮົ່ງຢຽນ ໄດ້ເປັນປະທານກອງປະຊຸມທາງອອນລາຍເຊື່ອມຊຶມກ່ຽວກັບວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຢູ່ບັນດາຮາກຖານອຸດສາຫະກຳ ແລະການຄ້າ; ສ້າງການສະໜອງ ແລະຄວາມຕ້ອງການໃຫ້ມີຄວາມດຸ່ນດ່ຽງ, ຮັບປະກັນການສະໜອງບັນດາສິນຄ້າທີ່ຈຳເປັນ ແລະບາງການກຳນົດທິດພັດທະນາຂອງຂະແໜງໃນໄລຍະຈະມາເຖິງ.

ທີ່ການເຊື່ອມຊຶມກ່ຽວກັບວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຢູ່ບັນດາຮາກຖານອຸດສາຫະກຳ ແລະການຄ້າ, ກະຊວງອຸດສາຫະກຳ ແລະການຄ້າ ສະເໜີວ່າ, ຄະນະຄຸ້ມຄອງບັນດາເຂດອຸດສາຫະກຳ, ກຸ່ມອຸດສາຫະກຳ, ຮາກຖານຜະລິດ, ດຳເນີນທະລະກິດຈົ່ງເຊື່ອມຊຶມ, ປະຕິບັດບັນດາມາດຕະການໃນການປ້ອງກັນ, ຕ້ານໂລກລະບາດແຫ່ງຊາດຢ່າງເຂັ້ມງວດ. ທ່ານລັດຖະມົນຕີ ຫງວຽນຮົ່ງຢຽນ, ເນັ້ນໜັກວ່າ:

“ວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ດ້ວຍໜ້າທີ່ລວມແມ່ນເປັນເອກະພາບການເຊື່ອມຊຶມ, ແມ່ນການສຸມກຳລັງຢ່າງສູງໃຫ້ແກ່ວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຢູ່ບັນດາຮາກຖານອຸດສາຫະກຳ, ບັນດາເຂດອຸດສາຫະກຳ, ບັນດາເຂດເຄື່ອນໄຫວອຸດສາຫະກຳ ແລະການຄ້າໃນບໍລິເວນໃນທົ່ວປະເທດ, ແມ່ນໜ້າທີ່ສຳຄັນພິເສດໃນການປະກອບສ່ວນຮັກສາຄວາມສະຖຽນລະພາບໃນສັງຄົມ. ນີ້ແມ່ນໜ້າທີ່ຮີບດ່ວນ ເຊິ່ງພວກເຮົາຕ້ອງເປັນເອກະພາບວຽກງານເຊື່ອມຊຶມ ແລະ ປະຕິບັດຢ່າງເຂັ້ມງວດ”.

ແຫຼ່ງຄັດຈາກ: vovworld.vn