leftcenterrightdel
ພາບປະກອບ: ສໍານັກຂ່າວສານຫວຽດນາມ.

ລາຍລະອຽດ, ການສົ່ງອອກຂອງກຸ່ມຜະລິດຕະພັນກະເສດຕົ້ນຕໍ ບັນລຸໄດ້ 5,9 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 9%; ຜະລິດຕະພັນປ່າໄມ້ຕົ້ນຕໍບັນລຸໄດ້ 5,33 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 50,9%; ສິນໃນນໍ້າບັນລຸໄດ້ 2,39 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 6,1%; ການລ້ຽງສັດບັນລຸ 125 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 37,4%... ສິນຄ້າບາງປະເພດທີ່ມີມູນຄ່າການສົ່ງອອກສູງແມ່ນຢາງພາລາ (11,6%), ຜັກ-ໝາກໄມ້ (9,5%), ຜະລິດຕະພັນລ້ຽງສັດ (37,4%), ຜະລິດຕະພັນໄມ້ (71,4%)... ບັນດາຜະລິດຕະພັນເພີ່ມມູນຄ່ານັ້ນສ່ວນຫຼາຍແມ່ນຍ້ອນເພີ່ມປະລິມານການສົ່ງອອກ, ສະເພາະສິນຄ້າ 2 ປະເພດຖືກຫຼຸດປະລິມານແຕ່ຍ້ອນລາຄາສົ່ງອອກເພີ່ມຂຶ້ນສະນັ້ນມູນຄ່າຍັງເພີ່ມຂຶ້ນຢູ່, ລວມມີເຂົ້າສານ (ປະລິມານຫຼຸດ 10,8%, ແຕ່ມູນຄ່າຍັງເພີ່ມຂຶ້ນ 1,2%), ໝາກພິກໄທ (ປະລິມານຫຼຸດລົງ 21,3%, ແຕ່ມູນຄ່າຍັງເພີ່ມຂຶ້ນ 10,3%).

ໂດຍ: ທະນາພອນ