ທ່ານ ເລືອງດຶກຖັ໊ງ, ຮອງຫົວໜ້າກົມວັດທະນະທໍາຮາກຖານ (ກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວຫວຽດນາມ) ໃຫ້ຮູ້ວ່າ, ເພື່ອແນໃສ່ໂຄສະນາໃຫ້ມີປະສິດທິຜົນ ແລະສ້າງບັນຍາກາດເບີກບານມ່ວນຊື່ນ, ສ້າງຄວາມເຊື່ອໝັ້ນໃຫ້ປະຊາຊົນຕໍ່ກັບເຫດການໃຫຍ່ຂອງປະເທດ, ກົມວັດທະນະທໍາຮາກຖານ ໄດ້ຜັນຂະຫຍາຍຈັດສົ່ງ 63 ແບບຮູບພາບໂຄສະນາທີ່ໄດ້ຄັດເລືອກມາຈາກການປະກວດພາບໂຄສະນາການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະສະມາຊິກສະພາປະຊາຊົນ ທຸກຂັ້ນ ອາຍຸການ 2021-2026 ໄປຍັງ 63 ແຂວງ, ນະຄອນ. ຜ່ານນັ້ນ, ບັນດາທ້ອງຖິ່ນ ໄດ້ຄັດເລືອກເອົາພາບໂຄສະນາເພື່ອມາວາງສະແດງ, ຈັດພິມເພື່ອໂຄສະນາດ້ວຍຫຼາຍຮູບການເປັນຕົ້ນແມ່ນການຕົບແຕ່ງ, ປະດັບປະດາຢູ່ຕາມຖະໜົນສາຍຕ່າງໆ; ຕໍ່ໜ້າສໍານັກງານ, ອົງການຕ່າງໆ; ລົດໂຄສະນາ.

ຕາມຜູ້ຕາງໜ້າພະແນກວັດທະນະທໍາ ແລະກິລາຮ່າໂນ້ຍແລ້ວ, ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV ແລະສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021-2026 ແມ່ນບັ້ນຂົນຂວາຍການເມືອງທີ່ສໍາຄັນ ແລະແມ່ນການດໍາເນີນຊີວິດທີ່ມີປະຊາທິປະໄຕຢ່າງເລິກເຊິ່ງກວ້າງຂວາງໃນໝູ່ປະຊາຊົນທຸກຊັ້ນວັນນະ. ເພື່ອກະກຽມໃຫ້ແກ່ເຫດການສໍາຄັນນີ້, ປັດຈຸບັນ, ຢູ່ຕາມຖະໜົນສາຍຕ່າງໆ ແລະຂົງເຂດທີ່ດໍາເນີນການເລືອກຕັ້ງຂອງນະຄອນຮ່າໂນ້ຍ, ທາງພະແນກວັດທະນະທໍາ ແລະກິລາ ໄດ້ຕົບແຕ່ງ, ປະດັບປະດາປ້າຍໂຄສະນາ, ປ້າຍຄຳຂວັນ, ທຸງຊາດ,  ທຸງທິວແນໃສ່ໂຄສະນາ, ປຸກລະດົມ ເພື່ອໃຫ້ການເລືອກຕັ້ງບັນລຸໝາກຜົນສູງສຸດ, ກາຍເປັນວັນບຸນຂອງທົ່ວປວງຊົນ.

leftcenterrightdel
ພາບໂຄສະນາຂອງນັກແຕ້ມ ລຶວງອັກຟານ (ຮ່າໂນ້ຍ) ຍາດໄດ້ລາງວັນທີ 1 ໃນການປະກວດຮູບພາບໂຄສະນາການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV ແລະການເລືອກຕັ້ງສະມາຊິກສະພາປະຊາຊົນ ທຸກຂັ້ນ ອາຍຸການ 2021-2026. ພາບ: qdnd.vn

leftcenterrightdel
ພາບໂຄສະນາຂະໜາດໃຫຍ່ທີ່່ຕັ້ງຢູ່ຖະໜົນ ງີຕາມ, ເມືອງໄຕໂຮ່, ຮ່າໂນ້ຍ.  ພາບ: qdnd.vn

leftcenterrightdel
ພາບໂຄສະນາຂະໜາດໃຫຍ່ຕັ້ງຢູ່ຖະໜົນໂອເຈິເຢືອ, ເມືອງດົ໊ງດາ, ຮ່າໂນ້ຍ.   ພາບ: qdnd.vn

leftcenterrightdel
ປ້າຍຄໍາຂວັນ, ປ້າຍໂຄສະນາການເລືອກຕັ້ງທີ່ປະດັບປະດາຢູ່ເມືອງ ຮາຍບ່າຈຶງ, ຮ່າໂນ້ຍ.   ພາບ: qdnd.vn

leftcenterrightdel
ທຸງ, ປ້າຍຄໍາຂວັນ, ປ້າຍໂຄສະນາການເລືອກຕັ້ງ ຢູ່ຕາແສງ ເຈືອງເຢືອງ, ເມືອງຮວ່ານກ໊ຽມ, ຮ່າໂນ້ຍ.  ພາບ: qdnd.vn

leftcenterrightdel
ພາບໂຄສະນາຂະໜາດໃຫຍ່ທີ່ຕັ້ງຢູ່ຖະໜົນຟານຈູຈິງ, ຕໍ່ໜ້າໂຮງລະຄອນໃຫຍ່, ຮ່າໂນ້ຍ. ພາບ: qdnd.vn

leftcenterrightdel
ງານວາງສະແດງພາບໂຄສະນາຂະໜາດໃຫຍ່ທີ່ຍາດໄດ້ລາງວັນຈາກການປະກວດພາບໂຄສະນາການເລືອກຕັ້ງຢູ່ນະຄອນ ຫ໋າຍຟ່ອງ (ຖ່າຍໃນວັນທີ 28 ເມສາ 2021).   ພາບ: qdnd.vn

leftcenterrightdel
ຂະບວນລົດໂຄສະນາການເລືອກຕັ້ງ ຢູ່ຖະໜົນດົ່ງຊວ່າຍ, ບິ່ງເຟື໊ອກ.   ພາບ: qdnd.vn

leftcenterrightdel
ຕັ້ງປ້າຍໂຄສະນາການເລືອກຕັ້ງຂະໜາດໃຫຍ່ຢູ່ຖະໜົນດົ່ງຊວ່າຍ, ບິ່ງເຟື໊ອກ.  ພາບ: qdnd.vn

ໂດຍ: ກວຽດເຕິມ