ນີ້ແມ່ນຄະແນນສູງສຸດທີ່ໄດ້ຮັບຮູ້ນັບແຕ່ໄຕມາດທີ 3 ປີ 2019 ເປັນຕົ້ນມາ, ກ່ອນທີ່ພະຍາດໂຄວິດ-19 ຈະບຸກໂຈມຕີໃສ່ລະບົບການຄ້າ ແລະການລົງທຶນໃນທົ່ວໂລກ. ຜົນການສໍາຫຼວດສະແດງໃຫ້ເຫັນຄວາມປະເອີບໃຈກ່ຽວກັບສະພາບແວດລ້ອມແຫ່ງການດໍາເນີນທຸລະກິດສືບຕໍ່ໄດ້ຮັບການຮັກສາ, ເພີ່ມຂຶ້ນ 47 ຄະແນນທີ່ເປັນເປີເຊັນໃນ 12 ເດືອນຜ່ານມາ.

leftcenterrightdel
ດັດຊະນີສະພາບແວດລ້ອມແຫ່ງການດໍາເນີນທຸລະກິດ EuroCham BCI ໄຕມາດທີ 1 ປີ 2021. ພາບ: vov.vn.

ຫວຽດນາມ ໄດ້ຮັບຮູ້ລະດັບເຕີບໂຕເສດຖະກິດເພີ່ມຂຶ້ນຢ່າງແຮງນັບແຕ່ຕົ້ນປີ 2021, ແລະໝາກຜົນນີ້ກໍ່ໄດ້ສ່ອງແສງຜ່ານຄວາມເຊື່ອໝັ້ນຂອງບັນດາວິສາຫະກິດເອີລົບ. ເມື່ອຖາມກ່ຽວກັບແງ່ຫວັງຂອງສະພາບແວດລ້ອມແຫ່ງການດໍາເນີນທຸລະກິດຂອງຫວຽດນາມ ໃນໄຕມາດຈະມາເຖິງ, 67% ຄາດຄະເນວ່າແມ່ນ “ດີເດັ່ນ” ຫຼື “ດີ” - ເພີ່ມຂຶ້ນ 12% ເມື່ອທຽບໃສ່ໄຕມາດກ່ອນ.

ຄຽງຂ້າງນັ້ນ, ຜູ້ເຂົ້າຮ່ວມການສໍາຫຼວດກໍ່ມີຄວາມປະເອີບໃຈກວ່າກ່ຽວກັບແງ່ຫວັງໃນການດໍາເນີນທຸລະກິດຂອງບໍລິສັດເຂົາເຈົ້າ. ກວ່າ 2/3 (68%) ຄາດຄະເນວ່າ, ໃບສັ່ງສິນຄ້າ ແລະລາຍຮັບຂອງເຂົາເຈົ້າຈະ “ເທົ່າເກົ່າ ຫຼື ເພີ່ມຂຶ້ນ” ໃນ 3 ເດືອນຈະມາເຖິງ, ຈະເພີ່ມຂຶ້ນ 25% ເມື່ອທຽບໃສ່ໄຕມາດທີ 4 ຂອງປີ 2020.

ບັນດາສະມາຊິກ EuroCham ກໍ່ຮັບຮູ້ການຫັນປ່ຽນທີ່ຕັ້ງໜ້າຈາກສັນຍາການຄ້າເສລີຫວຽດນາມ-ອີຢູ (EVFTA) ທີ່ມີຜົນສັກສິດນັບແຕ່ວັນທີ 1 ສິງຫາ 2020. ຜູ້ເຂົ້າຮ່ວມການສໍາຫຼວດຫຼາຍກວ່າ 60% ໃຫ້ຮູ້ວ່າ, ບໍລິສັດຂອງເຂົາເຈົ້າໄດ້ຮັບຜົນປະໂຫຍດນັບແຕ່ເມື່ອສັນຍາດັ່ງກ່າວໄດ້ຈັດຕັ້ງປະຕິບັດ. 

ໂດຍ: ໄຊຊະນະ