leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ (ພາບ: VGP)

ວັນທີ 2 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຫາກໍ່ມີໂທລະເລກທາງການກ່ຽວກັບການປັບປຸງ, ຍົກສູງປະສິດທິຜົນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19. ໂທລະເລກທາງການຊີ້ແຈ້ງວ່າ: ໃນໄລຍະຜ່ານມາ, ທັງລະບົບການເມືອງໄດ້ຕັ້ງໜ້າເຂົ້າຮ່ວມຢ່າງທັນການ, ຫຼາຍມາດຕະການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ທີ່ເໝາະສົມຖືກຜັນຂະຫຍາຍ. ມາຮອດປັດຈຸບັນ, ຫວຽດນາມໄດ້ຄວບຄຸມສະພາບການໂດຍພື້ນຖານແລ້ວ. ແຕ່ເຖິງແນວນັ້ນກໍ່ຕາມ, ຫຼາຍແຫ່ງກໍ່ໄດ້ປະໝາດ, ຂາດຄວາມລະມັດລະວັງ, ບໍ່ປະຕິບັດບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດຕາມ 5 ຂໍ້ກຳນົດຢ່າງເຂັ້ມງວດ, ໂດຍສະເພາະແມ່ນການໃຊ້ຜ້າອັດປາກ-ດັງ, ບໍ່ເຕົ້າໂຮມຫຼາຍຄົນ.

ໃນສະພາບການທົ່ວປະເທດພວມຕັ້ງໜ້າກະກຽມວຽກງານເລືອກຕັ້ງ ສສຊ ຊຸດທີ 15 ແລະ ສະມາຊິກສະພາ ປຊຊ ທຸກຂັ້ນ, ອາຍຸການ 2021-2026, ເພື່ອປັບປຸງບັນດາຂໍ້ຄົງຄ້າງຢ່າງທັນການ ແລະ ເພີ່ມທະວີວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19, ທ່ານນາຍົກລັດຖະມົນຕີສະເໜີໃຫ້ສືບຕໍ່ປະຕິບັດຢ່າງເຂັ້ມງວດບັນດາການຊີ້ນຳຂອງລັດຖະບານ, ນາຍົກລັດຖະມົນຕີ, ຄະນະຊີ້ນຳແຫ່ງຊາດ ປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ແລະ ບັນດາຂໍ້ກຳນົດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດຂອງກະຊວງສາທາລະນະສຸກ. ເພີ່ມທະວີວຽກງານໂຄສະນາ, ບໍ່ປະໝາດ, ຂາດຄວາມລະມັດລະວັງ ແຕ່ບໍ່ໃຫ້ເກີດຄວາມວິຕົກວັງວົນ, ໂດຍສະເພາະແມ່ນຄວາມຂາດສະຖຽນລະພາບໃນສັງຄົມ.

ແຫຼ່ງຄັດຈາກ: vovworld.vn