ສິ່ງທີ່ໜ້າສົນໃຈອື່ນແມ່ນຍອດເງິນລົງທຶນໂດຍກົງ (FDI) ເຂົ້າຫວຽດນາມ ເພີ່ມຂຶ້ນ 0,5%, ປະກອບສ່ວນເຮັດໃຫ້ບົດບາດຂອງຫວຽດນາມ ເພີ່ມຂຶ້ນໃນລະບົບຕ່ອງໂສ້ການສະໜອງການຜະລິດ ແລະປະດິດສ້າງທົ່ວໂລກ.

leftcenterrightdel
ພາບປະກອບຄັດຈາກ: ສໍານັກຂ່າວສານຫວຽດນາມ

ຕາມບໍລິສັດທີ່ປຶກສາ Oxford Economicss ແລ້ວ, ຫວຽດນາມ ຈະໄດ້ຮັບຜົນປະໂຫຍດກ່ຽວກັບຄວາມຕ້ອງການເພີ່ມຂຶ້ນສຳລັບເຄື່ອງເອເລັກໂຕນິກທົ່ວໂລກ ແລະການເຂົ້າຮ່ວມຂອງຫວຽດນາມ ໃນລະບົບຕ່ອງໂສ້ການສະໜອງດັ່ງກ່າວ. ເລື່ອງຟື້ນຟູ “ສະພາບປົກກະຕິໃໝ່” ພາຍຫຼັງພະຍາດໂຄວິດ-19 ກໍ່ຈະປະກອບສ່ວນຊຸກຍູ້ໃຫ້ການຄ້າໂລກ ແລະຫວຽດນາມ ໄດ້ຮັບຜົນປະໂຫຍດຈາກຂົງເຂດທີ່ສົ່ງອອກ. ບ້ວງເງິນກະຕຸ້ນເສດຖະກິດທີ່ມີມູນຄ່າ 1.900 ຕື້ໂດລາສະຫະລັດຂອງອາເມລິກາ ຄາດວ່າປະເທດນີ້ຈະເພີ່ມຄວາມຕ້ອງການນຳເຂົ້າສິນຄ້າຈາກຫວຽດນາມ.

ໂດຍ: ກວຽດເຕິມ