ເດືອນກຸມພາ, ສິນຄ້າສົ່ງອອກຕົ້ນຕໍແມ່ນນໍ້າມັນດິບ  ແລະແຮ່ປະເພດຕ່າງໆ. ໃນນັ້ນ, ການສົ່ງອອກນໍ້າມັນດິບຄາດຄະເນບັນລຸ 160.000 ໂຕນ ດ້ວຍມູນຄ່າ 53 ລ້ານໂດລາສະຫະລັດ. ໄລ່ລວມໃນສອງເດືອນຕົ້ນປີ 2021, ການສົ່ງອອກນໍ້າມັນດິບ  ຄາດຄະເນບັນລຸ 519.000 ໂຕນ ດ້ວຍມູນຄ່າ 204 ລ້ານໂດລາສະຫະລັດ. ການສົ່ງອອກແຮ່ປະເພດຕ່າງໆໃນເດືອນກຸມພາ ຄາດຄະເນບັນລຸ 170.000 ໂຕນ ດ້ວຍມູນຄ່າ 5 ລ້ານໂດລາສະຫະລັດ. ໄລ່ລວມໃນສອງເດືອນຕົ້ນປີ 2021, ການສົ່ງອອກແຮ່່ ຄາດຄະເນບັນລຸ 389.000 ໂຕນ ດ້ວຍມູນຄ່າ 16 ລ້ານໂດລາສະຫະລັດ.

leftcenterrightdel
ພາບປະກອບຈາກ: ສໍານັກຂ່າວສານຫວຽດນາມ.

ສິນຄ້ານໍາເຂົ້າຕົ້ນຕໍໃນເດືອນກຸມພາ ແມ່ນນ້ຳມັນປະເພດຕ່າງໆ (ປະມານ 750.000 ໂຕນ ດ້ວຍມູນຄ່າ 363 ລ້ານໂດລາສະຫະລັດ); ຄອມພິວເຕີ, ຜະລິດຕະພັນເອເລັກໂຕນິກ ແລະເຄື່ອງອາໄຫຼ່ (ປະມານ 5,2 ຕື້ໂດລາສະຫະລັດ); ເຄື່ອງຈັກ, ອຸປະກອນ, ເຄື່ອງມື ແລະເຄື່ອງອາໄຫຼ່ (ປະມານ 2,9 ຕື້ໂດລາສະຫະລັດ); ເຫຼັກກ້າປະເພດຕ່າງໆ (ປະມານ 700 ລ້ານໂດລາສະຫະລັດ); ລົດໂອໂຕຊະນິດຕ່າງໆ ( 7.000 ຄັນ ດ້ວຍມູນຄ່າ 134 ລ້ານໂດລາສະຫະລັດ).

ໂດຍ: ທູຈາງ