ໃນສະພາບການພະຍາດໂຄວິດ-19 ຍັງຜັນແປຢ່າງສັບສົນ, ຮອບເຈລະຈາຄັ້ງນີ້ສືບຕໍ່ຈັດຕັ້ງຜ່ານລະບົບທາງໄກ, ໂດຍມີການເຂົ້າຮ່ວມຂອງຜູ້ຕາງໜ້າບັນດາຄະນະຜູ້ຕາງໜ້າ ປະຈໍາ WTO ແລະພະນັກງານຢູ່ພາຍໃນປະເທດຂອງບັນດາຄະນະ.

ຄະນະຜູ້ແທນຫວຽດນາມ ນໍາໂດຍທ່ານນາງ ເລທິຕວ໊ຽດມາຍ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ເຊີແນວ, ພ້ອມດ້ວຍພະນັກງານຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ເຊີແນວ, ປະເທດສະວິດ ແລະຜູ້ຕາງໜ້າກະຊວງກະສິກໍາ ແລະພັດທະນາຊົນນະບົດຢູ່ຮ່າໂນ້ຍ ເຂົ້າຮ່ວມຮອບເຈລະຈາ. 

leftcenterrightdel
ທ່ານນາງເອກອັກຄະລັດຖະທູດ ເລທິຕວ໊ຽດມາຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ເຊີແນວ. ພາບ: ສໍານັກຂ່າວສານຫວຽດນາມ.

ຄະນະຜູ້ແທນຫວຽດນາມ ໄດ້ຕັ້ງໜ້າເຂົ້າຮ່ວມບັນດາການປຶກສາຫາລືເພື່ອແນໃສ່ສ້າງຄວາມເຫັນດີເຫັນພ້ອມ, ຊຸກຍູ້ການເຈລະຈາເພື່ອບັນລຸໄດ້ມາດຕະການທີ່ສົມເຫດສົມຜົນກັບບັນດາຝ່າຍໂດຍໄວ, ມຸ່ງໄປເຖິງບັນລຸໄດ້ເປົ້າໝາຍພັດທະນາແບບຍືນຍົງເລກທີ 14.6 ຂອງໂຄງການດໍາເນີນງານ 2030 ເພື່ອການພັດທະນາແບບຍືນຍົງຂອງ ສປຊ.

ທີ່ກອງປະຊຸມຂັ້ນຫົວໜ້າຄະນະຜູ້ຕາງໜ້າ ປະຈໍາ WTO ທີ່ສິ້ນສຸດຮອບເຈລະຈາຄັ້ງນີ້, ປະທານກຸ່ມເຈລະຈາ, ເອກອັກຄະລັດຖະທູດ Santiago Wills ຂອງໂກລົມບີ, ໄດ້ລາຍງານກັບບັນດາປະເທດສະມາຊິກ WTO ກ່ຽວກັບວຽກງານທີ່ປະຕິບັດໄດ້ນັບແຕ່ເດືອນມັງກອນ ປີ 2021. 

ຮອບເຈລະຈາກ່ຽວກັບການໜູນຊ່ວຍສິນໃນນໍ້າຄັ້ງຕໍ່ໄປຈະຈັດຕັ້ງເລີ່ມແຕ່ວັນທີ 15 ມີນາຈະມາເຖິງ. ບັນດາປະເທດສະມາຊິກກໍ່ສາມາດດໍາເນີນການປຶກສາຫາລືກ່ອນທີ່ດໍາເນີນຮອບເຈລະຈາຄັ້ງຕໍ່ໄປ.

ໂດຍ: ໄຊຊະນະ