ອີງຕາມເວັບໄຊສູນຂໍ້ມູນຂ່າວສານດ້ານການຄ້າຂອງ ສປປ ລາວ ໃຫ້ຮູ້ວ່າ: ວົງເງິນການການສົ່ງອອກມີປະມານ 482 ລ້ານໂດລາສະຫະລັດ, ສິນຄ້າສົ່ງອອກຫຼັກມີ: ມັນຕົ້ນບັນລຸປະມານ 56 ລ້ານໂດລາສະຫະລັດ,  ຄຳແທ່ງບັນລຸປະມານ 56 ລ້ານໂດລາສະຫະລັດ, ແຮ່ທອງ ບັນລຸ 49 ລ້ານໂດລາສະຫະລັດ. ນອກນັ້ນ, ກໍມີໝາກກ້ວຍບັນລຸ 23 ລ້ານໂດລາສະຫະລັດ, ຢາງພາລາ ບັນລຸ 15 ລ້ານໂດລາສະຫະລັດ, ເຄື່ອງນຸ່ງຫົ່ມ ບັນລຸ 15 ລ້ານໂດລາສະຫະລັດ, ຊິ້ນສ່ວນກ້ອງບັນທຶກພາບ ບັນລຸ 14 ລ້ານໂດລາສະຫະລັດ, ກາເຟບໍ່ທັນໄດ້ປຸງແຕ່ງ ບັນລຸ 13 ລ້ານໂດລາສະຫະລັດ, ນໍ້າຕານ ບັນລຸ 10 ລ້ານໂດລາສະຫະລັດ ແລະຢາສູບບັນລຸປະມານ 3 ລ້ານໂດລາສະຫະລັດ.

leftcenterrightdel
ພາບປະກອບຈາກ: nhandan.com.vn

ບັນດາປະເທດທີ່ ສປປ ລາວ ສົ່ງອອກຫຼັກລວມມີ: ຈີນ ບັນລຸ 167 ລ້ານໂດລາສະຫະລັດ, ຫວຽດນາມ ບັນລຸ 121 ລ້ານໂດລາສະຫະລັດ, ໄທ ບັນລຸ 89 ລ້ານໂດລາສະຫະລັດ, ອິນເດຍ ບັນລຸ 14 ລ້ານໂດລາສະຫະລັດ ແລະ ຍີ່ປຸ່ນ ບັນລຸ 7 ລ້ານໂດລາສະຫະລັດ.

ສ່ວນສິນຄ້ານໍາເຂົ້າຫຼັກມີ: ເຫຼັກ ແລະເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າມີມູນຄ່າປະມານ 42 ລ້ານໂດລາສະຫະລັດ; ຮອງມາແມ່ນນ້ຳມັນກາຊວນບັນລຸ 38 ລ້ານໂດລາສະຫະລັດ, ພາຫະນະທາງບົກ (ນອກຈາກລົດຈັກ, ລົດໄຖ) ບັນລຸ 35 ລ້ານໂດລາສະຫະລັດ, ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ) ບັນລຸ 35 ລ້ານໂດລາສະຫະລັດ, ເຄື່ອງໄຟຟ້າ ແລະອຸປະກອນໄຟຟ້າບັນລຸ 24 ລ້ານໂດລາສະຫະລັດ ແລະສິນຄ້າອື່ນໆອີກ.

ບັນດາປະເທດທີ່ ສປປ ລາວ ນໍາເຂົ້າຫຼັກມີ: ໄທ ບັນລຸ 266 ລ້ານໂດລາສະຫະລັດ, ຈີນ ບັນລຸ 115 ລ້ານໂດລາສະຫະລັດ, ຫວຽດນາມ ບັນລຸ 59 ລ້ານໂດລາສະຫະລັດ, ຍີ່ປຸ່ນ ບັນລຸ 7 ລ້ານໂດລາສະຫະລັດ ແລະອາເມລິກາ ບັນລຸ 13 ລ້ານໂດລາສະຫະລັດ. ວົງເງິນການຄ້າຂອງ ສປປ ລາວ ເດືອນມັງກອນປີ 2021 ແມ່ນຍັງບໍ່ກວມເອົາມູນຄ່າການສົ່ງອອກໄຟຟ້າ.

ໂດຍ: ເສດຖະກິດການຄ້າ