leftcenterrightdel
ພາບປະກອບຄັດຈາກ: chinhphu.vn.

ຖ້າຫາກວ່າສຳເລັດ, ວັກຊິນນີ້ຈະມີລາຄາພຽງແຕ່ 2,5 USD/ໂດສ. ວັກຊິນ COVIVAC ແມ່ນວັນຊິນກັນໂຄວິດ - 19 ຊະນິດທີ 2 ຂອງຫວຽດນາມ ໄດ້ຮັບການທົດລອງຕໍ່ຄົນໃນເດືອນມີນາ ຈະມາເຖິງ ແລະຄາດວ່າຈະສຳເລັດໃນເດືອນຕຸລາ 2021.

ກໍ່ໃນວັນດຽວກັນ, ຢູ່ກະຊວງສາທາລະນະສຸກຫວຽດນາມ, ກຸ່ມບໍລິສັດ Vingroup ໄດ້ມອບເງິນຈຳນວນ 20 ຕື້ດົ່ງໃຫ້ແກ່ສະຖາບັນ  IVAC ເພື່ອປະຕິບັດການເຄື່ອນໄຫວຄົ້ນຄ້ວາທົດລອງວັກຊິນ COVIVAC. ກ່າວຄຳເຫັນຢູ່ທີ່ນີ້, ທ່ານ ຫງວຽນແທງລອງ ລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ເນັ້ນໜັກວ່າ: ການສະໜັບສະໜູນຂອງກຸ່ມບໍລິສັດ Vingroup ຈະປະກອບສ່ວນຊ່ວຍໃຫ້ຫວຽດນາມ ມີວັກຊິນທີ່ໄດ້ຜະລິດຢູ່ພາຍໃນປະເທດໃນໄວໆນີ້ເພື່ອເປັນເຈົ້າການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19.

ແຫຼ່ງຄັດຈາກ: vovworld.vn