leftcenterrightdel
ພາບປະກອບຄັດຈາກ: ສໍານັກຂ່າວສານຫວຽດນາມ.

ບົດຂຽນດັ່ງກ່າວເນັ້ນໜັກວ່າ “ດ້ວຍຄວາມສ່ຽງຈາກພະຍາດໂຄວິດ-19 ຕໍ່າກວ່າ, ວົງການເຈົ້າໜ້າທີ່ຂອງຫວຽດນາມ ໄດ້ສຸມໃສ່ພັດທະນາເສດຖະກິດ. ປີ 2020, ຫວຽດນາມ ສືບຕໍ່ແມ່ນໜຶ່ງໃນບັນດາປະເທດທີ່ມີລະດັບເຕີບໂຕ GDP ສູງທີ່ສຸດໃນໂລກດ້ວຍລະດັບກວ່າ 2,9% ແລະຄາດຄະເນບັນລຸ 6,5% ໃນປີ 2021. ຄວາມຕ້ອງການບໍລິໂພກ, ອຸປະໂພກຢູ່ພາຍໃນປະເທດ ແລະສາກົນເພີ່ມຂຶ້ນສູງ. ປະຊາຊົນຢູ່ເອີລົບ ໄດ້ສະຫງວນເວລາສ່ວນຫຼາຍເຂົ້າໃນການເຮັດສວນ, ສ້ອມແປງເຮືອນຊານ, ເຮັດວຽກທາງໄກ, ນໍາໃຊ້ບັນດາຜະລິດຕະພັນທີ່ຜະລິດຢູ່ຫວຽດນາມ ໃນໄລຍະທີ່ບັນດາປະເທດຖືກຈໍາກັດບໍລິເວນເພື່ອຕ້ານພະຍາດ. ຫວຽດນາມ ກໍ່ມີອັດຕາສ່ວນຕະຫຼາດຕື່ມເມື່ອບັນດາປະເທດບ້ານໃກ້ຢູ່ອາຊີກໍ່ຖືກຈໍາກັດບໍລິເວນຍ້ອນພະຍາດ. ບັນດານົກລົງທຶນ ຖືຫວຽດນາມ ແມ່ນໜຶ່ງໃນຈໍານວນໜ້ອຍປະເທດທີ່ມີແງ່ຫວັງໃນປັດຈຸບັນ”.

ໂດຍ: ທູຈາງ