ພ້ອມກັນນັ້ນ, ຍູ້ແຮງການຜະລິດຕາມລະບົບຕ່ອງໂສ້ເຊື່ອມຕໍ່, ລະບົບຕ່ອງໂສ້ມູນຄ່າ, ຮູບແບບການນຳໃຊ້ກະສິກຳເຕັກໂນໂລຢີສູງ, ສ້າງຕັ້ງສູນ "ອຸດສາຫະກຳ - ບໍລິການຊົນນະບົດ" ແລະໂຮງງານປຸງແຕ່ງຜະລິດຕະພັນກະເສດ, ບັນດາຜະລິດຕະພັນມີບາໂຄ້ດ ເພື່ອຊອກຫາຕົ້ນກໍາເນີດທາງເອເລັກໂຕນິກ. ສູ້ຊົນໃຫ້ອັດຕາຜະລິດຕະພັນກະເສດໝູນໃຊ້ເຕັກໂນໂລຢີສູງ ກວ່າ 40%; ມູນຄ່າເພີ່ມໃນຂະແໜງກະສິກຳແມ່ນຫຼາຍກ່ວາ 4,2%.

leftcenterrightdel
ພາບປະກອບຈາກ vietnamnet.vn.

ດ້ານອື່ນ, ເພີ່ມການສ້າງໂຄງປະກອບແນວພັນພືດທີ່ມີຜົນຜະລິດ, ມີສະມັດຕະພາບ ແລະມີຄຸນນະພາບສູງ, ພ້ອມກັນນັ້ນກໍ່ຈຳກັດພື້ນທີ່ດິນທີ່ຖືກປະຖິ້ມເປົ່າຫວ່າງ ແລະຂຸດຄົ້ນເນື້ອທີ່ດິນຢູ່ຕາມແຄມແມ່ນໍ້າຢ່າງມີປະສິດທິຜົນ. ພັດທະນາການລ້ຽງສັດດ້ວຍການນໍາໃຊ້ແນວພັນທີ່ມີຜົນຜະລິດ, ມີສະມັດຕະພາບ ແລະມີຄຸນນະພາບສູງຕິດພັນກັບຄວາມປອດໄພທາງສະບຽງອາຫານ ແລະໂລກລະບາດ. ປະຕິບັດການຫັນປ່ຽນເຂດດິນທີ່ເປັນບວກເປັນຂຸມ ແລະຕໍ່າໄປເປັນຮູບແບບການປູກເຂົ້າ - ລ້ຽງປາ; ເນື້ອທີ່ປູກລ້ຽງມີປະມານ 24.000 ເຮັກຕາ, ໃນນັ້ນເນື້ອທີ່ກະສິກຳແມ່ນກວມເອົາຫຼາຍກວ່າ 50%, ປະລິມານການຜະລິດ 124 ພັນໂຕນ. ນອກຈາກນັ້ນ, ກໍ່ປະຕິບັດໂຄງການ “ຮ່ວມສໍາພັນ 4 ເຮືອນ”, ຍູ້ແຮງການບໍລິໂພກອຸປະໂພກຜະລິດຕະພັນກະເສດຜ່ານສັນຍາໃຫ້ເປັນຢ່າງດີ; ສ້າງເຄືອຂ່າຍຕະຫລາດຂາຍຍົກ ແລະຕະຫລາດຊົນນະບົດ.

ໂດຍ: ທະນາພອນ