leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: hanoimoi.com.vn.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເວືອງດິ່ງເຫວ້ ເນັ້ນໜັກວ່າ ປີ 2021, ໜ້າທີ່ສຳຄັນຂອງນະຄອນແມ່ນສືບຕໍ່ປະຕິບັດ “ເປົ້າໝາຍຄວບຄູ່"; ໃຫ້ບຸລິມະສິດຄວບຄຸມພະຍາດ, ບໍ່ປະໃຫ້ພະຍາດກັບມາລະບາດຄືນໃໝ່; ສຸມໃສ່ການຟື້ນຟູເສດຖະກິດຢ່າງແຮງ ແລະແກ້ໄຂບັນຫາເຄັ່ງຮ້ອນໃນການດຳລົງຊີວິດຂອງປະຊາຊົນ. ທ່ານເວືອງດິ່ງເຫວ້ ສະເໜີໃຫ້ການນຳເມືອງ, ເທດສະບານແຂວງ, ພະແນກ, ຂະແໜງການຂອງນະຄອນສຸມໃສ່ປະກອບຄໍາເຫັນໃຫ້ແກ່ນະຄອນກ່ຽວກັບລະບອບລະບຽບການ, ນະໂຍບາຍຕ່າງໆ; ສະເໜີຄໍາເຫັນເພື່ອໃຫ້ນະຄອນສ້າງບາດກ້າວບຸກທະລຸໃນປີທຳອິດທີ່ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XVII ຂອງອົງຄະນະພັກນະຄອນ ແລະມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ. ປີ 2021, ນະຄອນໄດ້ວາງຄາດໝາຍການເຕີບໂຕເສດຖະກິດແຕ່ 7,5 - 8% …”.

ໂດຍ: ທະນາພອນ