ສະຫາຍ ທອງລຸນ ສີສຸລິດ ​​ໃຫ້​ຮູ້​ຕື່ມ​ວ່າ: ໂດຍລວມແລ້ວ ສປປ ລາວ ມີທ່າແຮງໄດ້ປຽບດ້ານທີ່ຕັ້ງພູມສັນຖານທີ່ຢູ່ໃກ້ຄຽງກັບບັນດາປະເທດທີ່ເສດຖະກິດມີການຂະຫຍາຍຕົວດີ, ເຊິ່ງຈະກາຍເປັນຖານການພັດທະນາທີ່ໝັ້ນຄົງ ແລະແຫ​ລ່ງສົ່ງເສີມກໍາລັງແຮງງານໜຸ່ມທີ່ມີອາຍຸຕ່ໍາກວ່າ 25 ປີ ກວມເຖິງ 60% ຂອງພົນລະເມືອງເຮັດໃຫ້ສາມາດປະກອບສ່ວນເຂົ້າໃນການພັດທະນາໄດ້. ພ້ອມກັນນີ້, ເສດຖະກິດຂອງ ສປປ ລາວ ໃນໄລຍະຜ່ານມາແມ່ນມີຄວາມໝັ້ນທ່ຽງ, ຂະແໜງພະລັງງານສະອາດຍັງມີທ່າແຮງບົ່ມຊ້ອນຫລາຍ, ພື້ນທີ່ດິນທີ່ເໝາະສົມໃນການເຮັດກະສິກໍາ ແລະດິນແດນທີ່ອຸດົມສົມບູນທີ່ເປັນຊັບສິນອັນມີຄ່າສາມາດກາຍເປັນແຫລ່ງພື້ນຖານໃໝ່ຂອງການເຕີບໂຕ ແລະສ້າງວຽກເຮັດງານທໍາໃນຕໍ່ໜ້າ. ສະຫາຍ ທອງລຸນ ສີສຸລິດ ກ່າວຕື່ມວ່າ: ໃນຊຸມປີຕໍ່ໜ້າ, ປະເທດເຮົາຍັງສືບຕໍ່ມີສະຖຽນລະພາບທາງດ້ານການເມືອງ, ມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ປະຊາຊົນບັນດາເຜົ່າມີຄວາມເຊື່ອໝັ້ນຕໍ່ແນວທາງນະໂຍບາຍ ແລະການນໍາຂອງພັກ-ລັດ, ຕັ້ງໜ້າປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດ

leftcenterrightdel
ສະຫາຍ ທອງລຸນ ສີສຸລິດ ກ່າວປາໄສທີ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ. ພາບ: lnr.org.la.

ເພື່ອໃຫ້ສາມາດບັນລຸຈຸດໝາຍ ແລະທິດທາງໜ້າທີ່ລວມຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025), ລັດ​ຖະ​ບານໄດ້ກໍານົດ 6 ເປົ້າ​ໝາຍໃຫຍ່, ຈຸດໝາຍລວມ, ທິດທາງ ແລະແຜນວຽກຈຸດສຸມ ຄື: 1) ເສດຖະກິດແຫ່ງຊາດຂະຫຍາຍຕົວຢ່າງຕໍ່ເນື່ອງ, ມີຄຸນນະພາບ, ໝັ້ນທ່ຽງ ແລະຍືນຍົງ; 2) ຊັບພະຍາກອນມະນຸດມີຄຸນນະພາບສູງຂຶ້ນ ທີ່ສາມາດຕອບສະ​ໜອງຄວາມຕ້ອງການຂອງພັດທະນາ, ມີຄວາມສາມາດຄົ້ນຄວ້າ ແລະນໍາໃຊ້ວິທະຍາສາດ-ເຕັກໂນໂລຊີ ເພື່ອຍົກສູງປະສິດທະພາບ ແລະສ້າງມູນຄ່າເພີ່ມການຜະລິດ ແລະການບໍລິການ; 3) ຊີວິດການເປັນຢູ່ທາງດ້ານວັດຖຸ ແລະຈິດໃຈຂອງປະຊາຊົນ ໄດ້ຮັບການຍົກລະດັບໃຫ້ດີຂຶ້ນເທື່ອລະກ້າວ; 4) ປົກປັກຮັກສາສິ່ງແວດລ້ອມໃຫ້ມີຄວາມສົມດຸນ ແລະຫ​ລຸດຜ່ອນຄວາມສ່ຽງຈາກໄພພິບັດຕ່າງໆ; 5) ການສ້າງພື້ນຖານໂຄງລ່າງ ທີ່ມີຄວາມເຂັ້ມແຂງ, ນໍາໃຊ້ທ່າແຮງ, ກາລະໂອກາດທີ່ຕັ້ງ, ເຂົ້າຮ່ວມຂະບວນການຮ່ວມມື ແລະການເຊື່ອມໂຍງກັບພາກພື້ນ ແລະສາກົນຢ່າງເປັນເຈົ້າການ ແລະ 6) ການຄຸ້ມຄອງ-ບໍລິຫານລັດມີປະສິດທິພາບ, ສັງຄົມມີຄວາມສະເໝີພາບ, ຍຸຕິທໍາ ແລະໄດ້ຮັບການປົກປ້ອງຕາມທິດການປົກຄອງດ້ວຍກົດໝາຍທີ່ສັກສິດ ແລະເຂັ້ມງວດ.

ຂ່າວ: ຂປລ