ຕາມນັ້ນແລ້ວ, ບ້ວງເງິນນີ້ແມ່ນໄດ້ຫັກຈາກກອງທຶນຮັບມືກັບໄພພິບັດອາຊີ-ປາຊີຟິກ ຂອງ ADB, ໄດ້ສ້າງຕັ້ງເພື່ອໜູນຊ່ວຍໃຫ້ບັນດາປະເທດສະມາຊິກທີ່ໄດ້ຮັບຜົນສະທ້ອນຢ່າງໜັກໜ່ວງຍ້ອນໄພທຳມະຊາດກໍ່ຂຶ້ນ.

leftcenterrightdel
ທ່ານ ຫງວຽນຊວນເກື່ອງ ລັດຖະມົນຕີກະຊວງກະສິກຳ ແລະພັດທະນາຊົນນະບົດ ແລະທ່ານ Andrew Jeffries Jeffries ຜູ້ອຳນວຍການແຫ່ງຊາດທະນາຄານພັດທະນາອາຊີ (ADB) ມອບ-ຮັບບົດບັນທຶກຊ່ວຍຈຳ. ພາບ: ດັ້ງຫຶວ.

ອີງຕາມໝາກຜົນການຕີລາຄາຂອງຄະນະປະຕິບັດງານ ໂດຍຄູ່ຮ່ວມມືຫຼຸດຜ່ອນຄວາມສ່ຽງຈາກໄພທຳມະຊາດ ແລະຫ້ອງການປະສານງານແຫ່ງຊາດຂອງສະຫະປະຊາຊາດ ສົມທົບກັບບັນດາຄູ່ຮ່ວມມືອື່ນຢູ່ບັນດາແຂວງພາກກາງຂອງຫວຽດນາມ, ADB ຕົກລົງສະໜອງບ້ວງເງິນຊ່ວຍເຫຼືອດັ່ງກ່າວເພື່ອນຳໃຊ້ເຂົ້າໃນວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດພາຍໃຕ້ການຊີ້ນຳຂອງກະຊວງກະສິກຳ ແລະພັດທະນາຊົນນະບົດ (ຜ່ານກົມໃຫຍ່ປ້ອງກັນ, ຕ້ານໄພທຳມະຊາດ) ເພື່ອແນໃສ່ໜູນຊ່ວຍປະຊາຊົນຟື້ນຟູຊີວິດການເປັນຢູ່ ແລະການຜະລິດ, ເຮັດໃຫ້ການດຳລົງຊີວິດເປັນປົກກະຕິພາຍຫຼັງປະສົບກັບໄພທຳມະຊາດ.

ໂດຍ: ແສງເດືອນ