leftcenterrightdel
ບັນດາຜູ້ແທນປະຕິບັດພິທີຖະຫວາຍທູບທຽນຢູ່ເຂດພະລາຊະວັງທັງລອງ. ພາບ: ຢຸຍລິງ.

ປີ 2010, ຄະນະກຳມະການມໍລະດົກໂລກຂອງອົງການ UNESCO ໄດ້ຜ່ານມະຕິຮັບຮອງເອົາເຂດພະລາຊະວັງທັງລອງ ແມ່ນມໍລະດົກວັດທະນະທໍາໂລກ, ດ້ວຍບັນດາຄຸນຄ່າທີ່ພົ້ນເດັ່ນທົ່ວໂລກ. ນີ້ແມ່ນມໍລະດົກທີ່ພົ້ນເດັ່ນ, ພິສູດໃຫ້ເຫັນປະຫວັດສາດທີ່ສະຫງ່າອົງອາດ ແລະຍືນຍົງຄົງຕົວຂອງທັງລອງ-ຮ່າໂນ້ຍ. ໜຶ່ງທົດສະວັດຜ່ານມາ, ວຽກງານອະນຸລັກຮັກສາຄຸນຄ່າມໍລະດົກພະລາຊະວັງທັງລອງຂອງນະຄອນຮ່າໂນ້ຍ ໄດ້ ແລະກໍາລັງໄດ້ຮັບການຜັນຂະຫຍາຍຢ່າງຄົບຊຸດ, ມີແບບມີແຜນ, ດ້ວຍການໜູນຊ່ວຍຂອງສະພາທີ່ປຶກສາ ເຊິ່ງໄດ້ເຕົ້າໂຮມເອົາສາດສະດາຈານແຖວໜ້າຂອງຂະແໜງ; ບັນດາກິດຈະກໍາຄົ້ນຄວ້າລົງເລິກ ແລະອະນຸລັກຮັກສາມໍລະດົກໄດ້ເອົາໃຈໃສ່ຜັນຂະຫຍາຍ; ວຽກງານໂຄສະນາ, ແນະນໍາໄດ້ຮັບການເພີ່ມທະວີໂດຍຕິດພັນກັບການຍູ້ແຮງດ້ານການສຶກສາມໍລະດົກ...

ໂດຍ: ເກື່ອງດັ້ງ