ຕາມນັ້ນແລ້ວ, ກົມໂທລະຄົມມະນາຄົມ ໄດ້ດໍາເນີນການວັດແທກ, ກວດກາຄຸນນະພາບບໍລິການໂທລະສັບມືຖື ແຕ່ວັນທີ 14 ກັນຍາ 2020 ຮອດວັນທີ 20 ກັນຍາ 2020 ຢູ່ແຂວງລ້າງເຊີນ; ແຕ່ວັນທີ 21 ກັນຍາ 2020 ຮອດວັນທີ 27 ກັນຍາ 2020 ຢູ່ແຂວງບັກຢາງ. ການກວດກາຄຸນນະພາບບໍລິການໄດ້ອີງໃສ່ 6 ມາດຖານ.

leftcenterrightdel
ພາບປະກອບຈາກ thanhnien.vn

ຜົນການກວດກາ ປະກົດວ່າ: Viettel ແມ່ນບໍລິສັດໂທລະຄົມມະນາຄົມມີຄຸນນະພາບບໍລິການຢືນອັນດັບທີ 1 ຢູ່ໃນ 4 ດັດຊະນີເຕັກນິກ, ສ່ວນ 2 ດັດຊະນີທີ່ຍັງເຫຼືອ, 4 ບໍລິສັດໂທລະຄົມມະນາຄົມລ້ວນແຕ່ມີຄຸນນະພາບເທົ່າທຽມກັນ. ຢູ່ດັດຊະນີຄວາມພ້ອມຂອງເຄືອຂ່າຍໂທລະພາບ, Viettel ບັນລຸເກືອບ 99,99%; VNPT ແມ່ນ 99,85%, MobiFone 99,66%, Vietnamobile 96,23%. ຢູ່ດັດຊະນີຄຸນນະພາບການໂທ, Viettel ບັນລຸ 99,55%, Vietnamobile ບັນລຸ 99,54%, VNPT ບັນລຸ 98,63%, MobiFone 94,33%... ຜົນການວັດແທກກວດກາພຽງແຕ່ສ່ອງແສງໃຫ້ເຫັນຄຸນນະພາບບັນດາດັດຊະນີຄຸນນະພາບເຕັກນິກຢູ່ບໍລິເວນໃນໄລຍະເວລາທີ່ວັດແທກ, ກວດກາເທົ່ານັ້ນ.

ໂດຍ: ທະນາພອນ