ລາຍການເພື່ອແນໃສ່ເຊີດຊູບັນດາວິສາຫະກິດຮັບປະກັນຄວາມປອດໄພດ້ານຂໍ້ມູນຂ່າວສານຫວຽດນາມ ທີ່ມີຄວາມມານະພະຍາຍາມຫຼາຍຢ່າງ, ຢັ້ງຢືນທ່າໄດ້ປຽບກ່ຽວກັບຄຸນນະພາບກໍ່ຄືຄວາມສາມາດຕອບສະໜອງຕະຫຼາດຂອງຜະລິດຕະພັນ, ບໍລິການຮັບປະກັນຄວາມປອດໄພດ້ານຂໍ້ມູນຂ່າວສານຫວຽດນາມ ເທື່ອລະກ້າວ.

leftcenterrightdel
ພິທີປະກາດ ແລະມອບນາມມະຍົດລູກກະແຈຄໍາ 2020. ພາບ: qdnd.vn.

ພາຍຫຼັງຜັນຂະຫຍາຍມາເປັນເວລາເກືອບ 3 ເດືອນ, ລາຍການໄດ້ຮັບການຄັດເລືອກ ແລະມອບນາມມະຍົດລູກກະແຈຄໍາໃຫ້ແກ່ 45 ຜະລິດຕະພັນ, ບໍລິການຮັບປະກັນຄວາມປອດໄພດ້ານຂໍ້ມູນຂ່າວສານຂອງ 17 ວິສາຫະກິດ, ອົງການຮັບປະກັນຄວາມປອດໄພດ້ານຂໍ້ມູນຂ່າວສານ. ໃນນັ້ນ, ກຸ່ມບໍລິສັດອຸດສາຫະກໍາ-ໂທລະຄົມມະນາຄົມກອງທັບ (Viettel) ມີ 10 ຜະລິດຕະພັນ, ບໍລິການຮັບປະກັນຄວາມປອດໄພດ້ານຂໍ້ມູນຂ່າວສານໄດ້ຮັບນາມມະຍົດຢູ່ 4 ລາຍການ: ຜະລິດຕະພັນຮັບປະກັນຄວາມປອດໄພດ້ານຂໍ້ມູນຂ່າວສານທີ່ມີຄຸນນະພາບສູງທີ່ດີເດັ່ນ, ຜະລິດຕະພັນຮັບປະກັນຄວາມປອດໄພດ້ານຂໍ້ມູນຂ່າວສານທີ່ມີແງ່ຫວັງດີເດັ່ນ, ບໍລິການຮັບປະກັນຄວາມປອດໄພດ້ານຂໍ້ມູນຂ່າວສານທີ່ພົ້ນເດັ່ນ, ມາດຕະການໃບບິນເອເລັກໂຕນິກທີ່ປອດໄພ.

ໂດຍ: ທະນາພອນ